ປັດຈຸບັນ, ໄຟອໍານາດທີ່ເປັນລະບົບແສງຕາເວັນ ຢູ່ນະຄອນຫຼວງວຽງຈັນ ມີຫຼາຍຈຸດເປ່ເພ ເຮັດໃຫ້ການສັນຈອນຢູ່ບໍລິເວນດັ່ງກ່າວໄປມາບໍ່ສະດວກ, ມີຄວາມຫຍຸ້ງຍາກໃນການປະຕິບັດໜ້າທີ່ຂອງ ຕໍາຫຼວດຈະລາຈອນ ແລະ ມີຄວາມສ່ຽງສູງຕໍ່ການເກີດອຸບັດຕິເຫດ.

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການບໍລິການ ແລະ ຄຸ້ມຄອງຕົວເມືອງວຽງຈັນ (ຄບຕ) ໃຫ້ຮູ້ໃນວັນທີ 3 ກຸມພາ 2021 ວ່າ:

ຜ່ານການສໍາຫຼວດລະບົບໄຟອໍານາດ ທົ່ວນະຄອນຫຼວງວຽງຈັນ ເຫັນວ່າ ມີຫຼາຍຈຸດເປ່ເພ ໂດຍສະເພາະແມ່ນ ໄຟອໍານາດທີ່ເປັນລະບົບແສງຕາເວັນ ເປ່ເພຫຼາຍກວ່າລະບົບອື່ນ ເນື່ອງຈາກວ່າໄດ້ນໍາໃຊ້ມາດົນ ເກີດຄວາມເສຍຫາຍຢູ່ລະບົບໂປແກຼມ, ແຜງຮັບແສງຕາເວັນ, ໝໍ້ເກັບໄຟ, ຍ້ອນເກີດມາຈາກໄຟຟ້າບໍ່ສະຖຽນ ທັງໝົດນັ້ນເຮັດໃຫ້ລະບົບບໍ່ສາມາດນໍາໃຊ້ໄດ້, ບັນຫາທີ່ຕາມມາກໍຄື ສ້າງຄວາມຫຍຸ້ງຍາກໃຫ້ເຈົ້າໜ້າທີ່, ການສັນຈອນ ແລະ ມີຄວາມສ່ຽງຕໍ່ກັບການເກີດອຸບັດຕິເຫດ; ໃນການແກ້ໄຂບັນຫາດັ່ງກ່າວ ຫ້ອງການ ຄບຕ ພ້ອມດ້ວຍພະນັກງານຊ່ຽວຊານ ໄດ້ມາສ້ອມແປງໃຫ້ລະບົບກັບມານໍາໃຊ້ໄດ້.

ສໍາລັບ ລະບົບໄຟອໍານາດ ຢູ່ 4 ແຍກທົ່ງຂັນຄໍາ ເມືອງຈັນທະບູລີ ເປັນອີກຈຸດໜຶ່ງທີ່ເປັນລະບົບນໍາໃຊ້ແສງຕາເວັນ ໄດ້ເປ່ເພມາໄດ້ໄລຍະໜຶ່ງ; ຜ່ານການກວດກາ ເຫັນວ່າ ແຜງຮັບແສງຕາເວັນມີຂີ້ຝຸ່ນຈັບເປັນຈໍານວນຫຼວງຫຼາຍ ເຮັດໃຫ້ໄຟຟ້າບໍ່ສະຖຽນ ຫຼື ບໍ່ພຽງພໍທີ່ຈະມາຫຼ່ໍລ້ຽງລະບົບ. ໃນການສ້ອມແປງຄັ້ງນີ້ ໄດ້ຂຽນໂປແກຼມລະບົບໄຟໃໝ່, ປ່ຽນຖ່າຍໝໍ້ເກັບໄຟ ແລະ ອະນາໄມແຜງຮັບແສງຕາເວັນ, ຈາກການສ້ອມແປງ ສາມາດນໍາໃຊ້ໄດ້ປົກກະຕິ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງຈັນທະບູລີ ປະຈໍາປ້ອມ 4 ແຍກໄຟອໍານາດທົ່ງຂັນຄໍາ ໃຫ້ຮູ້ວ່າ:

ຈຸດດັ່ງກ່າວໃນແຕ່ ລະມື້ມີຜູ້ໃຊ້ລົດ-ໃຊ້ຖະໜົນ ເປັນຈໍານວນຫຼວງຫຼາຍໃນໄລຍະ ໄຟອໍານາດເປ່ເພບໍ່ສາມາດຄວບຄຸມການສັນຈອນໄດ້ ແລະ ໃນ ເວລາບໍ່ມີເຈົ້າໜ້າທີ່ຜູ້ຂັບຂີ່ຈໍາ ນວນໜຶ່ງບໍ່ປ່ອຍສິດໃຫ້ກັນແລະ ກັນ, ເຮັດໃຫ້ລົດໃນແຕ່ລະທິດ ທາງມາຕິດຢູ່ກາງ 4 ແຍກ ແລະ ມີອຸບັດຕິເຫດເຫຼັກໜ້ອຍເກີດ ຂຶ້ນເຊັ່ນ ດາດ ແລະ ຕໍາທ້າຍກັນ.

ທ່ານ ບຸນຈັນ ແກ້ວສີທໍາມະ ໃຫ້ຮູ້ຕື່ມວ່າ: ຈາກການກວດກາ ຍັງມີລະບົບໄຟອໍານາດຫຼາຍຈຸດທີ່ເປ່ເພ. ດັ່ງນັ້ນ, ຫ້ອງການ ຄບຕ ໃນນາມຜູ້ຮັບຜິດຊອບໂດຍກົງ ຈະສືບຕໍ່ສ້ອມແປງຈຸດທີ່ເປ່ເພ ໃຫ້ນຳໃຊ້ໄດ້ເປັນປົກະຕິ, ແຕ່ກໍຮຽກຮ້ອງມາຍັງຜູ້ຂັບຂີ່ ຈົ່ງມີສະຕິໃຫ້ສູງໃນເວລາຂັບຂີ່ຜ່ານໄຟອໍານາດທີ່ຍັງລໍຖ້າສ້ອມແປງ ເພື່ອຫຼີກລ່ຽງອຸບັດຕິເຫດທີ່ຈະເກີດຂຶ້ນ.