ໃນວັນທີ 29 ມັງກອນ 2021, ທີ່ຫໍວັດທະນາທຳແຂວງຫົວພັນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 65 ປີ (1ກຸມພາ1956-1 ກຸມພາ 2021); ປາຖະກະຖາໂດຍ ທ່ານ ວົງເພັດ ກຽນສິງຮັກ ປະທານແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງກຳມະບານມາຈາກພະແນກ ອ້ອມຂ້າງແຂວງ ແລະ 10 ເມືອງ ເຂົ້າຮ່ວມ.

ທ່ານ ວົງເພັດ ກຽນສິງຮັກ ໄດ້ຫວນຄືນປະຫວັດຄວາມ ເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳມະບານລາວ ຢູ່ແຂວງຫົວພັນ ໃນໄລຍະຜ່ານ ມາ, ໂດຍໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຍາດມາໄດ້ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ທີ່ເປັນຂີດໝາຍອັນສຳຄັນໃນການເຄື່ອນໄຫວຕ່າງໆ; ຖືເອົາການໂຄສະນາອົບຮົມແນວຄິດ ການເມືອງເປັນໃຈກາງ ເພື່ອຮັບໃຊ້ແນວໜ້າ, ອົງການກຳມະບານ ລາວ ເປັນອົງການໜຶ່ງ ທີ່ເຕົ້າໂຮມກຳມະກອນ-ລັດຖະກອນ ເຊິ່ງ ເປັນກຳລັງຫຼວງໃນພາລະກິດຫັນເປັນອຸດສາຫະກຳສັງຄົມນິຍົມ, ເປັນໂຮງຮຽນຂອງລັດທິທຶນນິ ຍົມ ແລະ ລັດທິກອມມູນິດ; ເປັນຜູ້ປຸກລະດົມສຶກສາອົບຮົ່ມ ແລະ ປະຕິບັດສິດເປັນເຈົ້າລວມໝູ່ສັງຄົມນິຍົມ ພາຍໃຕ້ຄັນທຸງ ແຫ່ງການນຳພາຂອງພັກ ປະຊາ ຊົນ ປະຕິບັດລາວ, ເຊິ່ງພັກໄດ້ ຢັ້ງຢືນວ່າ: ໄລຍະໃໝ່ຂອງການ ປະຕິບັດ, ຊົນຊັ້ນກຳມະກອນ ແລະ ອົງການຈັດຕັ້ງກຳມະບານຍິ່ງມີບົດບາດທີ່ຕັ້ງອັນສຳຄັນທີ່ສຸດ, ອົງການກຳມະບານ ເປັນຂົ້ວຕໍ່ທີ່ໝັ້ນແກ່ນລະຫວ່າງພັກ ກັບມະຫາຊົນ, ກຳມະກອນ-ລັດຖະກອນເປັນບ່ອນອີງອັນແໜ້ນໜາຂອງລັດທິສັງຄົມນິຍົມ.

ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄລຍະ 65 ປີຜ່ານມາ ໂດຍສະເພາະແມ່ນການປະຕິວັດຊາດ ປະຊາທິປະໄຕ ໄລຍະ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງຄວາມເຂັ້ມແຂງກຸ້ມຕົນເອງທາງດ້ານເສດຖະກິດ, ຍົກສູງການ ດຳລົງຊີວິດໃຫ້ດີຂຶ້ນ, ປັບປຸງກໍ່ ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນຢ່າງຕໍ່ເນື່ອງ. ໂອກາດ ເຂົ້າຮ່ວມພິທີປາຖະກະຖາ ສະມາຊິກກຳມະບານຈຳນວນ ໜຶ່ງ ຍັງສະໝັກໃຈຕົນເອງບໍລິ ຈາກເລືອດຕົນເພື່ອຊ່ວຍສັງຄົມ ຕື່ມອີກ.