ວັນທີ 2 ກຸມພາ 2021, ພະແນກສາທາລະນະສຸກ ແຂວງຫົວພັນ ໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງກອງທຶນປະກັນສຸຂະພາບ ປະຈຳປີ 2020 ເພື່ອສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ; ໂດຍການເປັນປະທານຂອງ ທ່ານ ດຣ ວິລະພອນ ພົມວົງສີ ຫົວໜ້າພະແນກສາທາລະນະສຸກແຂວງ; ເຂົ້າຮ່ວມມີ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ ແລະ ທ່ານ ວຽງ ໄຊ ວິລະວົງ ຮອງຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ 10 ເມືອງ ເຂົ້າຮ່ວມ.

ທ່ານ ນາງ ວັນທອງ ແພງຊຸມມາ ຫົົວໜ້າຫ້ອງການປະກັນສຸຂະພາບ ໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ກອງທຶນປະກັນສຸຂະພາບ ເປັນໜ່ວຍງານໜຶ່ງທີ່ຂຶ້ນກັບຫ້ອງການສາທາລະນະສຸກແຂວງ ມີໜ້າທີ່ຕິດຕາມຊຸກຍູ້ສະຖານທີ່ບໍລິການສຸຂະພາບຂອງ ລັດໃນທົ່ວແຂວງ ແລະ ເມືອງມີຄວາມຖືກຕ້ອງ; ມີຄວາມຍຸຕິ ທຳ ແລະ ເໝາະສົມ, ຕົວເລກປະກັນສຸຂະພາບທົ່ວແຂວງ ມີປະຊາກອນຜູ້ປະກັນຕົນ ຈໍານວນ 310.976 ຄົນ ເທົ່າກັບ 100%, ຈໍານວນສະມາຊິກ ອປລ ຈໍານວນ 21.589 ຄົນ, ເທົ່າກັບ 6,9% ຈໍານວນ ສະມາຊິກ ປກສ 1.782 ຄົນ ເທົາກັບ 0,6%; ຈໍານວນສະມາຊິກ ປກຊ ທົ່ວໄປ 287.605 ຄົນ ເທົ່າກັບ 92,5% ຈຳນວນ ຄົນເຈັບທີ່ ມາບໍລິການແຕ່ລະໂຮງໝໍໃນທົ່ວ ແຂວງ ມີ 468.434 ເທົ່າກັບ 150,63 %.

ນອກນີ້, ພາກສ່ວນທີ່ກ່ຽວຂ້ອງດ້ານລະບົບປະກັນສຸຂະພາບເປັນຕົ້ນຜູ້ຄຸ້ມຄອງກອງທຶນຜູ້ສະໜອງການບໍລິການ ແລະ ຜູ້ປະກັນຕົນ ຖ້າຫາກທຸກຄົນເອົາ ໃຈໃສ່ຈັດຕັ້ງປະຕິບັດຕາມລະ ບຽບການກອງທຶນປະກັນສຸຂະ ພາບແຫ່ງຊາດ ຈະເຮັດໃຫ້ປະ ສິດທິພາບຂອງກອງທຶນສູງຂຶ້ນ ກວ່າເກົ່າ ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ເປັນເຈົ້າການໃນການຈັດຕັ້ງ ວຽກງານກອງທຶນປະກັນສຸຂະ ພາບແຫ່ງຊາດ ໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້.