ມອບລົດຈັກ KTM 200 CC ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ

0
564

ວັນທີ 5 ກຸມພາ ຜ່ານມາ, ບໍລິສັດສົມປະສົງອອກແບບ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໄດ້ນໍາເອົາ ລົດຈັກຍີ່ຫໍ້ KTM 200 CC ຈໍານວນ 10 ຄັນ ລວມມູນຄ່າ 600.000.000 ກີບ ມອບໃຫ້ກະຊວງ ປກສ ເພື່ອປະກອບສ່ວນຮັບໃຊ້ວຽກງານວິຊາສະເພາະ, ກ່າວມອບໂດຍ ທ່ານ ສົມປາດຖະໜາ ຈັນສີນາ ປະທານບໍລິສັດສົມປະສົງອອກແບບ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ, ກ່າວຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ, ມີຕ່າງໜ້າກົມໃຫຍ່ການເມືອງ ປກສ, ຫ້ອງວ່າການ, ພ້ອມດ້ວຍກົມກອງອອ້ມຂ້າງກະຊວງ ແລະພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ສົມປາດຖະໜາ ຈັນສີນາ ກ່າວວ່າ: ການມອບລົດຈັກຈໍານວນດັ່ງກ່າວໃຫ້ກະຊວງ ປກສ ກໍເພື່ອເປັນການປະກອນສ່ວນອັນສໍາຄັນເຂົ້າຮັບໃຊ້ວຽກງານວິຊາສະເພາະຂອງກໍາລັງ ປກສ ທາງດ້ານພາຫະນະນໍາໃຊ້ເຄື່ອນໄຫວວຽກງານໃຫ້ມີຄວາມສະດວກ,ວ່ອງໄວ ແລະ ທັນເຫດ ການ.

ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ ທີ່ໄດ້ນໍາເອົາລົດຈັກຈໍານວນດັ່ງກ່າວນີ້ ມາມອບໃຫ້ກະຊວງ ປກສ ແລະ ຖືໄດ້ວ່າເປັນການປະກອບສ່ວນອັນສໍາຄັນອີກເທື່ອໜື່ງຂອງບໍລິສັດ ທີ່ໄດ້ຍອມເສຍສະຫຼະສັບສິນ ເພື່ອປະກອບສ່ວນໃຫ້ກັບປະເທດຊາດ ເວົ້າລວມ, ເວົ້າສະເພາະກໍແມ່ນວຽກງານກະຊວງ ປກສ.

ສະນັ້ນ.ລົດຈັກຈໍານວນດັ່ງກ່າວນີ້, ແມ່ນຈະໄດ້ນໍາໄປໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄຸນຄ່າ ແລະ ເກີດຜົນປະໂຫຍດສູງສຸດ, ພ້ອມນັ້ນ ພົທ ວິໄລ ຫຼ້າຄໍາຟອງ ກໍ່ໄດ້ມອບໃບກຽດຕິຄຸນໃຫ້ກັບບໍລິສັດສົມປະສົງອອກແບບ ແລະ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ.

ພາບ-ຂ່າວ: ພູເງິນ ພຸດທະວົງ