ໃນວັນທີ 3 ກຸມພາ 2021 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາລົງຝຶກຫັດ ຂອງນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 22/4 ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ; ໂດຍມີ ພັອ ພູວັນ ນາຊຽງຄຳ ຮອງຫົວໜ້າ ວສປ, ພັທ ບຸນເລີດ ຄະທຸມພົມ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະຫ້ອງອ້ອມຂ້າງ, ປກສ ເມືອງ, ພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ສາຍສະໝອນ ພົມມະລາດ ອາຈານຜູ້ຊີ້ນຳນັກສຶກສາລົງຝຶກຫັດ ໄດ້ຮູ້ວ່າ: ການລົງຝຶກຫັດຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຂອງນັກສຶກສາ ລະບົບປະລິນຍາຕີ ຮຸ່ນທີ 22/4 ວສປ ໄດ້ເລີ່ມແຕ່ວັນທີ 19 ພະຈິກ 2020-3 ກຸມພາ 2021 ມີຈໍານວນພົນ ທັງໝົດ 42 ສະຫາຍ; ໃນນີ້, ມີພະນັກງານ ປກສ ເມືອງ-ປກສ ແຂວງ 10 ສະຫາຍ, ພະນັກງານຄູ-ອາຈານ 1 ສະຫາຍ ແລະ ນັກສຶກສາ 31 ສະຫາຍ ຍິງ 2 ສະຫາຍ, ພື້ນທີ່ລົງຝຶກຫັດ ມີ 4 ຈຸດ ຄື: ປກສ ນະຄອນໄກສອນ ພົມວິຫານ, ປກສ ເມືອງໄຊພູ ທອງ, ປກສ ເມືອງ ອຸທຸມພອນ ແລະ ປກສ ເມືອງໄຊບູລີ.

ຕີລາຄາການຈັດຕັ້ງປະຕິບັດໃນການລົງຝຶກຫັດຕະຫຼອດໄລຍະ 3 ເດືອນຜ່ານມາ ເຫັນວ່ານັກສຶກສາທີ່ລົງຝຶກຫັດໃນຄັ້ງນີ້ ແມ່ນມີແນວຄິດອຸ່ນອຽນ, ທຸ່ນທ່ຽງຕໍ່ແນວ ທາງນະໂຍບາຍຂອງພັກ-ລັດ ກໍຄືການຈັດຕັ້ງ, ມີອຸດົມການຢ່າງ ຖືກຕ້ອງ, ນັກສຶກສາທຸກສະຫາຍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນ ການປະຕິບັດມະຕິຄຳສັ່ງ, ລະບຽບວິໄນຢ່າງເຂັ້ມງວດ; ຢືດໝັ້ນໃນທັດສະນະຂອງພັກຢ່າງໜັກແໜ້ນ, ຈຳແນກມິດ-ສັດຕູໄດ້ຢ່າງຈະແຈ້ງ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ເປັນເຈົ້າການຕອບຕ້ານທຸກກົນອຸບາຍເລ່ຫຼ່ຽມຂອງ ກຸ່ມຄົນບໍ່ດີ, ພ້ອມກັນບຸກບືນ ເຮັດສຳເລັດໜ້າທີ່, ວຽກງານວິຊາສະເພາະທີ່ຖືກມອບໝາຍໄດ້ ເປັນຢ່າງດີເກັບກູ້ໄດ້ປະສົບການ ແລະ ບົດຮຽນໃນພຶດຕິກຳໂຕຈິງ, ເຮັດວຽກຢ່າງມີຈຸດມຸ້ງໝາຍ, ມີແຜນການເຮັດວຽກຕາມການ ມອບໝາຍຈາກເຫຼົ່າວິຊາສະເພາະ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນທ້ອງຖິ່ນ.

ໂດຍຜ່ານປະສົບການຕົວຈິງແມ່ນໄດ້ຊ່ວຍສ້າງໃຫ້ນັກສຶກສາຮູ້ເຮັດ, ຮູ້ຄິດ, ຮູ້ຕັດສິນໃຈ, ຮູ້ສົມທຽບລະຫວ່າງທິດສະດີກັບຕົວຈິງ, ຮູ້ຂໍ້ສະດວກຂໍ້ຫຍຸ້ງຍາກຂອງວຽກງານຢ່າງປະດິດສ້າງຕາມແຕ່ລະຂັ້ນຕອນ, ເກັບກຳເອົາບົດຮຽນນຳກົມກອງທ້ອງຖິ່ນ; ເພື່ອໄປໝູນໃຊ້ເຂົ້າໃນການປ້ອງກັນຈົບຊັ້ນ ແລະ ນຳໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນໃນຕໍ່ໜ້າ; ຕີລາຄາຄະແນນການລົງຝຶກຫັດສາມາດຍາດໄດ້ຄະແນນເຕັມ 9 ມີ 30 ສະຫາຍ ຍິງ 2 ສະຫາຍ, ໄດ້ຮັບໃບສັນລະເສີນ 17 ສະຫາຍ ຍິງ 2 ສະຫາຍ ແລະ ໃບຊົມເຊີຍ 5 ສະຫາຍ.

ໂອກາດນີ້,ພັອ ພູວັນ ນາຊຽງ ຄຳ ກໍໄດ້ມອບໃບກຽດຕິຄຸນໃຫ້ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ແລະ ບັນດາຫ້ອງ ທີ່ໄດ້ປະກອບສ່ວນຊຸກຍູ້ຊ່ວຍ ເຫຼືອນັກສຶກສາທີ່ລົງຝຶກຫັດໃນ ຄັ້ງນີ້ອີກດ້ວຍ.