ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ພ້ອມດ້ວຍເຈົ້າທີ່ກ່ຽວຂ້ອງ ໄດ້ນຳຕົວ ທ້າວ ຊໍທໍ່ ອາຍຸ 27 ປີ ປະຊາຊົນບ້ານກົ້ກມ່ວງ ເມືອງສິງ ແຂວງຫຼວງນ້ຳທາ ໄປທຳແຜນປະກອບຄຳຮັບສາລະພາບ ໃນວັນທີ 11 ມັງກອນ 2021 ຫຼັງຈາກຜູ້ກ່ຽວໄດ້ຄາດຕະກຳ ນາງ ຢາຊົງ ອາຍຸ 50 ປີ ປະຊາຊົນຢູ່ບ້ານກົ້ກມ່ວງ ເມືອງສິງ ແຂວງຫຼວງນ້ຳທາ ເສຍຊີວິດຄາທີ່ ໃນວັນທີ 30 ທັນວາ 2020.

ຮອ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງສິງ ໄດ້ໃຫ້ຮູ້ວ່າ:

ເຫດການດັ່ງກ່າວ ເກີດຂຶ້ນໃນຕອນເຊົ້າຂອງວັນທີ 30 ທັນວາ 2020, ເຊິ່ງຜູ້ຖືກຫາໄດ້ໃຫ້ການກັບ ເຈົ້າໜ້າທີ່ ວ່າ:

ກ່ອນເກີດເຫດ, ທ້າວ ຊໍທໍ່ ນອນຕື່ນແລ້ວຮູ້ສຶກຢາກເສບຢາບ້າ ຈຶ່ງໄດ້ຄິດຮອດ ນາງ ຢາຊົງ ເຊິ່ງຜ່ານມາທັງສອງເຄີຍພົວພັນຊື້ຢານຳກັນ.

ຈາກນັ້ນ, ກໍໄດ້ໄປຫາ ນາງ ຢາຊົງ ພໍມາຮອດສວນຜັກຂອງ ນາງ ຢາຊົງ, ເຊິ່ງເຫັນນາງກຳລັງກົ້ມໜ້າເກັບຜັກກາດຢູ່ນັ້ນ ຈຶ່ງຍ່າງເຂົ້າໄປຖາມຂໍຢາບ້ານຳ ນາງ ຢາຊົງ ແຕ່ບໍ່ຕອບ, ຈຶ່ງຖາມອີກຄັ້ງທີ 2 ນາງໄດ້ຕອບວ່າມີ 2 ເມັດ ແຕ່ບໍ່ໃຫ້, ຈຶ່ງໄດ້ຖາມອີກຄັ້ງທີ 3 ພ້ອມທັງເວົ້າວ່າ ຊິໃຫ້ ຫຼື ບໍ່ໃຫ້, ຖ້າບໍ່ໃຫ້ຊິຕີໃຫ້ຕາຍ ແລ້ວ ນາງ ຢາຊົງ ກໍຕອບວ່າ ຊິຕີໃຫ້ຕາຍກະບໍ່ເປັນຫຍັງ.

ຫຼັງຈາກນັ້ນ, ຜູ້ກ່ຽວຈຶ່ງຍ່າງຂຶ້ນໄປເອົາໄມ້ຄ້ອນຢູ່ແຄມສວນຢາງ ຫ່າງຈາກຈຸດເກີດເຫດ 100 ເເມັດ, ແລ້ວຈັບເອົາໄມ້ຄ້ອນຍ່າງມາທາງຫຼັງຂອງ ນາງ ຢາຊົງ ແລ້ວໃຊ້ໄມ້ຄ້ອນຟາດໃສ່ງ່ອນຂອງ ນາງ ຢາຊົງ 1 ຄັ້ງ ຈົນໝົດແຮງ, ເຮັດໃຫ້ ນາງ ຢາຊົງ ລົ້ມລົງ ແລ້ວຟາດໃສ່ຫົວອີກ 2 ຄັ້ງຢ່າງແຮງ ພ້ອມທັງໃຊ້ຕີນຢຽບບໍລິເວນໃບໜ້າ 4 ຄັ້ງ ເຮັດໃຫ້ ນາງ ຢາຊົງ ເສຍຊີວິດຄາທີ່.

ຈາກນັ້ນ, ໄດ້ອູ້ມເອົາສົບໄປປະໄວ້ຢູ່ແຄມສວນຜັກກາດ ຫ່າງຈາກຈຸດເກີດເຫດປະມານ 10 ແມັດ ແລະ ຜູ້ກ່ຽວກໍໄດ້ຄົ້ນຕາມຕົວຂອງຜູ້ເສຍຊີວິດ ຈຶ່ງໄດ້ເງິນມາ 3 ລ້ານກີບ ກັບຢາບ້າ 2 ເມັດ ແລະ ໄດ້ນຳເອົາເງິນດັ່ງກ່າວໄປໃຊ້ຈ່າຍ ແລະ ຊື້ຢາບ້າມາເສບຈົນໝົດ; ຕໍ່ມາ, ຜູ້ກ່ຽວຈຶ່ງຖືກເຈົ້າໜ້າທີ່ວິຊາສະເພາະ ເຂົ້າກັັກຕົວມາດຳເນີນການສອບສວນຕາມລະບຽບກົດໝາຍ.

ຮອ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງສິງ ໃຫ້ຮູ້ຕື່ມອີກວ່າ:

ພາຍຫຼັງໄດ້ທຳແຜນປະກອບຄຳສາລະພາບແລ້ວ ກໍຈະໄດ້ປະກອບສຳນວນຄະດີ ພ້ອມນຳຕົວ ທ້າວ ຊໍທໍ່ ສົ່ງໃຫ້ພະແນກທີ່ກ່ຽວຂ້ອງຂອງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ເພື່ອສືບຕໍ່ສະຫຼຸບສຳນວນຄະດີສົ່ງໃຫ້ໄອຍະການແຂວງ ສັ່ງຟ້ອງຂຶ້ນສານຕັດສິນລົງໂທດຕາມຂັ້ນຕອນຂອງກົດໝາຍ.