ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມີນາ ຜ່ານມາ ວ່າ: ສັນຍານໍ້າມັນດິບລ່ວງໜ້າເວສເທັກຊັດ ປິດຕະຫຼາດ ໃນວັນທີ 12 ມີນາ ທີ່ຜ່ານມາ ຫຼຸດຕົວລົງ 1,1% ຈາກຄວາມກັງວົນກ່ຽວກັບການຜະລິດນໍ້າມັນທີ່ເພີ່ມຂຶ້ນຂອງ ສະຫະລັດ ອາເມລິກາ; ເຖິງແມ່ນວ່າ ລາຄານໍ້າມັນຈະດີດຕົວຂຶ້ນໃນໄລຍະທຳອິດ ຫຼັງຈາກທີ່ມີການເປີດເຜີຍວ່າ: ແທ່ງຂຸດເຈາະນໍ້າມັນໃນ ສະຫະລັດ ອາເມລິກາ ມີຈຳນວນຫຼຸດລົງ 4 ແທ່ງ ໃນອາທິດທີ່ຜ່ານມາ.

ສັນຍານໍ້າມັນດິບເວສເທັກຊັສ ສົ່ງມອບໃນເດືອນເມສາ ເຊິ່ງມີການຊື້-ຂາຍທາງລະບົບເອເລັກໂຕຣນິກທີ່ຕະຫຼາດໄນເມັກ ຫຼຸດລົງ 68 ເຊນ ຫຼື 1,1% ປິດລາຄາຢູ່ທີ່ 61,36 ໂດລາສະຫະລັດຕໍ່ບາເຣວ ສ່ວນສັນຍານໍ້າມັນດິບເບຣນ ຫຼຸດລົງ 50 ເຊນ ປິດລາຄາຢູ່ທີ່ 64,99 ໂດລາສະຫະລັດຕໍ່ບາເຣວ.
ທ່ານ ເບເກີ ຮິວ ເຊິ່ງເປັນຜູ້ໃຫ້ບໍລິການຂຸດເຈາະນໍ້າມັນຂອງ ສະຫະລັດ ອາເມລິກາ ເປີດເຜີຍວ່າ: ແທ່ງຂຸດເຈາະນໍ້າມັນໃນ ສະຫະລັດ ອາເມລິກາ ທີ່ມີການໃຊ້ງານ ມີຈຳນວນຫຼຸດລົງ 4 ແທ່ງ ສູ່ລະດັບ 796 ແທ່ງໃນອາທິດນີ້ ເຊິ່ງເປັນການປັບຕົວລົງເປັນຄັ້ງທຳອິດໃນຮອບ 7 ອາທິດ ແຕ່ແທ່ງຂຸດເຈາະນໍ້າມັນຍັງຄົງມີຈຳນວນຫຼາຍກວ່າລະດັບ 617 ແທ່ງ ໃນໄລຍະດຽວກັນຂອງປີທີ່ຜ່ານມາ.

ສຳນັກງານຂໍ້ມູນຂ່າວສານດ້ານການພະລັງງານຂອງ ລັດຖະບານສະຫະລັດ ອາເມລິກາ (EIA) ເປີດເຜີຍວ່າ: ສາງເກັບນໍ້າມັນດິບຂອງ ສະຫະລັດ ອາເມລິກາ ເພີ່ມຂຶ້ນ 2,4 ລ້ານບາເຣວ ໃນອາທິດຜ່ານມານີ້, ພ້ອມທັງຍັງປັບເພີ່ມຕົວເລກຄາດການ ການຜະລິດນໍ້າມັນດິບຂອງ ສະຫະລັດ ອາເມລິກາ ໂດຍຄາດວ່າ: ສະຫະລັດ ອາເມລິກາ ຈະຜະລິດນໍ້າມັນຫຼາຍກວ່າ 120.000 ບາເຣວຕໍ່ວັນ ສູ່ລະດັບ 11,17 ລ້ານບາເຣວຕໍ່ວັນ ພາຍໃນໄຕມາດ 4 ຂອງປີນີ້ ເຊິ່ງຈະເຮັດໃຫ້ ສະຫະລັດ ອາເມລິກາ ແຊງໜ້າ ລັດເຊຍ ກາຍເປັນປະເທດທີ່ຜະລິດນໍ້າມັນຫຼາຍທີ່ສຸດໃນໂລກ; ຂະນະທີ່ ສະຫະລັດ ອາເມລິກາ ສາມາດຜະລິດນໍ້າມັນໄດ້ຫຼາຍກວ່າ ອາຣັບບິ ຊາອຸດິດ ໃນປີທີ່ຜ່ານມາ.