ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ມີນາ ຜ່ານມາ ວ່າ: ຄະນະກຳມະການກຳກັບເບິ່ງແຍງທຸລະກິດປະກັນໄພຂອງຈີນ (CIRC) ອອກກົດລະບຽບ ວ່າດ້ວຍການລົງທຶນໃນບໍລິສັດປະກັນໄພ ໂດຍຈະໃຫ້ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 10 ເມສາ ເຊິ່ງມີເປົ້າໝາຍເພື່ອລົດຄວາມສ່ຽງໃນພາກການເງິນ.
ທ່ານ ເຫີ ສ່ຽວເຟິງ ຜູ້ອຳນວຍການຊີໄອອາຊີ ເປີດເຜີຍວ່າ: ກົດລະບຽບໃໝ່ນີ້ຈະມີການກວດສອບນັກລົງທຶນຢ່າງເຂັ້ມງວດຫຼາຍຂຶ້ນ ລວມທັງດ້ານຄຸນສົມບັດ, ປະວັດຄວາມເປັນມາ ແລະ ປະວັດທາງທຸລະກິດ ເຊິ່ງຈະເປັນການຫຼຸດບັນຫາທີ່ເກີດຈາກນັກລົງທຶນທີ່ຂາດປະສິດທິພາບ.
ນອກຈາກນີ້, ກົດລະບຽບໃໝ່ຍັງຈະແບ່ງປະເພດຂອງຜູ້ຖືຫຸ້ນ ທີ່ປະກອບດ້ວຍ: ນັກລົງທຶນການເງິນ, ນັກລົງທຶນດ້ານກົນລະຍຸດ ແລະ ນັກລົງທຶນທີ່ຢູ່ໃນການກຳກັບເບິ່ງແຍງ ພ້ອມທັງກຳນົດຫຼັກການປະຕິບັດ ໂດຍແຍກຕາມຄວາມສ່ຽງທຸລະກຳທີ່ເຊື່ອມໂຍງກັນ ແລະ ການເປີດເຜີຍຂໍ້ມູນ. ພາຍໃຕ້ກົດລະບຽບໃໝ່ນີ້ ຜູ້ຖືຫຸ້ນໜຶ່ງຄົນສາມາດຖືຫຸ້ນສູງສຸດໄດ້ພຽງ 1 ໃນ 3 ຂອງທັງໝົດ ເຊິ່ງແຕ່ເດີມຢູ່ທີ່ 51%.
ທັ້ງນີ້, ຄະນະກຳມະການຊີໄອອາຊີ ຍັງຄົງເດີນໜ້າຄວບຄຸມຄວາມສ່ຽງໃນທຸລະກິດປະກັນໄພ ຫຼັງຈາກເຈົ້າໜ້າທີ່ຝ່າຍກຳກັບເບິ່ງແຍງຂອງຈີນ ໄດ້ເຂົ້າຄວບຄຸມກິດຈະການຂອງບໍລິສັດ ອັນປັງ ອິນຊົວແຣນ ກຼຸບ ເຊິ່ງເປັນບໍລິສັດປະກັນໄພລາຍໃຫຍ່ຂອງຈີນ ຕັ້ງແຕ່ວັນທີ 23 ກຸມພາ ປີ 2018 ໄປຈົນເຖິງວັນທີ 22 ກຸມພາ ປີ 2019 ຫຼັງຈາກ ທ່ານ ອູ໋ ສ່ຽວຮຸຍ ອະດີດປະທານອັນປັງ ໄດ້ຖືກຟ້ອງດຳເນີນຄະດີໃນຂໍ້ຫາອາຊະຍາກອນທາງເສດຖະກິດ.