ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ສະຫຼຸບການເຄື່ອນໄຫວວຽກງານ ປີ 2020

0
1406

ວັນທີ 18 ກຸມພາ ຜ່ານມາ,ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປີ 2020 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2021, ໂດຍມີ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍ ຄະນະອໍານວຍການ, ພະນັກງານຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.

ພັທ ເຄນພອນ ຄໍາພະໄຊ ອໍານວຍການໂຮງຮຽນ ຍົກໃຫ້ເຫັນຜົນງານໃນ 1 ປີຜ່ານມາວ່າ: ໄດ້ຖືເອົາວຽກງານນໍາພາສຶກສາອົບຮົມການເມືອງແນວຄິດເປັນຫຼັກນຳເອົາແນວທາງ,ມະຕິ ແລະເອກະສານທີ່ສໍາຄັນຂອງພັກລັດມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ,ພະນັກງານນັກຮົບແລະນັກຮຽນໃຫ້ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດ. ພ້ອມກັນນີ້,ຄະນະອໍານວຍການ ແມ່ນໄດ້ມີການສ່ອງແສງລາຍງານປະຈໍາອາທິດ, ປະຈໍາເດືອນ, 3 ເດືອນ, 6 ເດືອນ, ຢ່າງເປັນປົກະຕິ, ວຽກງານພາລາ ໄດ້ຂຶ້ນແຜນງົບປະມານເງິນເດືອນ, ອັດຕາກິນ, ເຄືື່ອງນຸ່ງຫົ່ມໃຫ້ພະນັກງານນັກຮົບ ແລະ ນັກຮຽນ ເຊັ່ນ: ຮັບແລະຈ່າຍເງິນເດຶອນ, ເງິນເບ້ຍລ້ຽງ, ເງິນເຊີນຄູນອກ ລວມມູນຄ່າ 7 ຕື້ກວ່າກີບ, ວຽກງານເສນາຮັກ ຮັບຢາປີ່ນປົວພະຍາດຈາກກົມໃຫ່ຍການເມືອງ ລວມມູນຄ່າຈຳນວນ 3 ລ້ານກວ່າກີບ,ຕິດຕາມກວດກາພະຍາດໃຫ້ພະນັກງານ ແລະ ນັກຮຽນ ໄດ້ 203 ຄັ້ງ, ວຽກງານນະໂຍບາຍ, ສົ່ງພະນັກງານນັກຮົບໄປຮຽນຕໍ່ລະບົບກໍ່ສ້າງປະລີນຍາຕີ ວປສ 2 ສະຫາຍ, ເຊືອມຕໍ່ປະລີນຍາຕີ ວປສ 2 ສະ ຫາຍ.

ປັດຈຸບັນ, ມີນັກຮຽນທັງໝົດ 291 ສະຫາຍ ຍິງ 98 ສະຫາຍ ເປັນຮຸ່ນທີ່ 9 ເຊິ່ງມີວິຊາຮຽນ 3 ໝວດ ຄື: ໝວດວິຊາຄວາມຮູ້ທົ່ວໄປມີ 4 ວິຊາ, ໝວດວິຊາພື້ນຖານວິຊາສະເພາະ 8 ວິຊາ ແລະ ໝວດວິຊາສະເພາະ ມີ 15  ວິຊາ, ຕໍ່ກັບຜົນງານທີ່ຍາດມາໄດ້ນັ້ນ, ຍັງມີຂໍ້ຄົງຄ້າງບາງດ້ານ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນແກ້ໄຂໃຫ້ດີຂຶ້ນເປັນກ້າວໆ.ຈາກນັ້ນ, ບັນດາສະຫາຍທີ່ເຂົ້າຮ່ວມກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃຫ້ຄົບຖ້ວນສົມບູນຂຶ້ນຕື່ມ, ທີ່ປະຊຸມ ຍັງໄດ້ປະກາດຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດຊົ່ວຄາວ ໃນນີ້ແຕ່ງຕັ້ງເປັນຫົວໜ້າພະແນກຄູ 1ສະຫາຍ, ຫົວໜ້າພະແນກຄຸ້ມຄອງນັກຮຽນ1 ສະຫາຍ ແລະ ຍົກຍ້າຍນາຍຕໍາຫຼວດ ຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ໄປປະຈໍາຢູ່ຄ້າຍຄຸມຂັງດັດສ້າງ ປກສ ແຂວງ ຈໍານວນ 1 ສະຫາຍ.

ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ໂອ້ລົມເນັ້ນໃຫ້ບັນດາຄະນະພັກ,ຄູອາຈານ,ຈົ່ງເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານນັກຮົບແລະນັກຮຽນ,ມີແນວຄິດອຸ່ນອຽງທຸ່ນທ່ຽງ,ໜັກແໜ້ນ,ມີຄຸນສົມບັດສີນທໍາປະຕິວັດ,ມີ ຄວາມຊື່ສັດບໍລິສຸດ,ມີລະບຽບວິໄນ, ປະຕິບັດລະບຽບຂອງກໍາລັງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ ແລະ ພ້ອນກັນເອົາໃຈໃສຄົ້ນຄວ້າ, ຮໍ່າຮຽນວິຊາຄວາມຮູ້ຕາມຂັ້ນຕອນຂອງການຮຽນການສອນຢ່າງເປັນລະບົບຄົບຊຸດ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.