ພິທີປະກາດເມືອງບໍ່ແຕນ ແຂວງໄຊຍະບູລີ ເປັນເມືອງຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021; ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູ ລີ, ທ່ານ ຄໍາສີ ແພງສະຫວັນ ປະທານແນວລາວສ້າງຊາດແຂວງ, ທ່ານ ສົມ ສະໜຸກ ໄຊອຸດົມ ເຈົ້າເມືອງບໍ່ແຕນ; ມີແຂກຮັບເຊີນຈາກແຂວງ, ເມືອງໃກ້ຄຽງ, ມີພະນັກງານຫຼັກແຫຼ່ງຂອງເມືອງ, ພະນັກງານປະຕິວັດ-ອາວຸໂສບໍານານ, ນັກທຸລະກິດ-ຜູ້ປະກອບການ ແລະ ປະທານແນວລາວສ້າງຊາດແຕ່ລະບ້ານ ເຂົ້າຮ່ວມ.

ທ່ານ ໄມແຍງ ເພັດກວ້າງ ປະທານ ແນວລາວສ້າງຊາດເມືອງບໍ່ແຕນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກ ຄີປອງດອງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ; ແມ່ນໄດ້ເຄື່ອນໄຫວເປັນສອງໄລຍະຄື: ໄລຍະປະຕິບັດໂຄງການພັດທະນາກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ ແລະ ໄລຍະການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ທົ່ວ ເມືອງ ມີ 26 ບ້ານ, ມີ 3.693 ຄອບ ຄົວ ທີ່ເຂົ້າຮ່ວມແຂ່ງຂັນ; ຜ່ານການແຂ່ງຂັນເຫັນວ່າ ມີບ້ານທີ່ຈັດຕັ້ງປະຕິບັດໄດ້ຕາມມາດຖານ ແລະ ໄດ້ປະກາດເປັນ ບ້ານສາມັກຄີປອງດອງແລ້ວ 25 ບ້ານ, ຈໍານວນຄອບຄົວ ທັງໝົດ 3.631 ຄອບ ຄົວ ເທົ່າກັບ 98,32%; ໂດຍປະຕິບັດຕາມ 4 ມາດຖານຂອງຄອບຄົວສາມັກ ຄີປອງດອງຄື: ມາດຖານທີ 1 ປະຕິບັດ ໄດ້ 97,75%, ມາດຖານ 2 ປະຕິບັດ ໄດ້ 95,74%, ມາດຖານ 3 ປະຕິບັດ ໄດ້ 95,85%; ມາດຖານ 4 ປະຕິບັດ ໄດ້ 96,6% ແລະ 5 ມາດຖານຂອງ ບ້ານແມ່ນປະຕິບັດໄດ້ 96,15% ທັງ 5 ມາດຖານ.

ທ່ານ ໄມແຍງ ເພັດກວ້ງ ກ່າວຕື່ມ ອີກວ່າ: ຜົນສໍາເລັດຂອງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງແມ່ນການປຸກລະດົມກໍາລັງແຮງທົ່ວປວງຊົນໃຫ້ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດໃຫ້ເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ; ມີຄວາມສາມັກຄີຢ່າງໜັກແໜ້ນ, ມີຄວາມເປັນເອກະພາບຂອງປະຊົນຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ໂດຍເລີ່ມຈາກຄອບຄົວ ແລະ ຮາກຖານບ້ານເຊິ່ງເປັນພື້ນຖານໃຫ້ແກ່ການສ້າງບ້ານພັດທະນາ, ອັນໄດ້ເຮັດໃຫ້ເມືອງ ບໍ່ແຕນ ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມສະຫງົບ, ປະຊາຊົນບັນດາເຜົ່ານັບມື້ເຂົ້າໃຈຕໍ່ແນວທາງ ປກຊ-ປກສ; ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນຂະບວນກວ້າງຂວາງ, ສ້າງເງື່ອນໄຂ ແລະ ໂອກາດທີ່ເອື້ອອໍານວຍໃນການສ້າງສາ ພັດທະນາເມືອງ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນພິທີ, ໄດ້ມີການມອບໃບຢັ້ງຢືນເມືອງສາມັກຄີປອງດອງ, ມອບໂດຍ ທ່ານ ພົງສະຫວັນ ສິດທະວົງ ແລະ ຂຶ້ນ ຮັບໂດຍ ທ່ານ ສົມສະໜຸກ ໄຊອຸດົມ; ທ່ານເຈົ້າແຂວງໄຊຍະບູລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອໍານາດການປົກຄອງເມືອງ ຕະຫຼອດຮອດປະຊາຊົນບັນດາເຜົ່າທົ່ວເມືອງບໍ່ແຕນທີ່ໄດ້ເອົາໃຈໃສ່ ແລະ ມີຄວາມຕັດສິນໃຈສູງໃນການເຕົ້າໂຮມຄວາມສາມັກຄີອັນເປັນປຶກ ແຜ່ນ, ເປັນນໍ້າໜຶ່ງໃຈດຽວກັນໃນການ ສ້າງສາພັດທະນາເມືອງບໍ່ແຕນ ໃຫ້ມີ ຄວາມຮຸ່ງເຮືອງສີວິໄລ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກໍໄດ້ຮ່ວມລັ່ນຄ້ອງ 9 ບາດ, ຕັດແຖບຜ້າ ແລະ ເປີດປ້າຍນາມມະ ຍົດເມືອງບໍ່ແຕນ ເປັນເມືອງສາມັກຄີ ປອງດອງຢ່າງເປັນທາງການ.