ວັນທີ 31 ມີນາ 2021,ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ເຄື່ອນຢ້ຽມຢາມ ແລະ ອວຍພອນພະນັກງານອາ ວຸໂສບຳນານອະດີດການນຳ ກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ນຳ ພາໂດຍ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ພ້ອມດ້ວຍບັນດາເລຂາ, ຮອງເລຂາ ແລະ ຊາວໜຸ່ມ 18 ກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

ການຢ້ຽມຢາມ ແລະ ອວຍພອນຄັ້ງນີ້, ມີ ພົຕ ອາຊາງ ລາວລີ ອະດີດລັດຖະມົນຕີ ກະຊວງ ປກສ, ປ້າວັນດີ ຄອບຄົວພົຕ ສຸດໃຈ ທຳມະສິດ ອະດິດລັດຖະມົນຕີ ປກຊວງ ປກສ,ປ້າທອງເລົາ ຄອບຄົວທ່ານ ທອງບັນ ແສງອາພອນ ອະດິດລັດຖະ ມົນຕີ ກະຊວງ ປກສ.

ປ້າອີ ຄອບຄົວພົຕ ຊຽງສົມ ກຸນລະວົງ ອະດີດຮອງລັດຖະມົນຕີ ກະຊວງ ປກສ, ປ້າ ວິລະພາພອນ ຄອບຄົວພົຈວ ຕຸລາ ອິທາທິລາດ ອະດິດຮອງລັດຖະ ມົນຕີ ແລະ ຄອບຄົວພົຈວ ບຸນມາ ມີທອງ ອະດິດຮອງລັດຖະມົນຕີ ກະຊວງ ປກສ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ທີ່ບັນດາອະດີດການນຳໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ.

ພັທ ບຸນຈັນ ອິນພົມມາ ກ່າວວ່າ: ການຢ້ຽມຢາມໃຫ້ກຳລັງໃຈ ແກ່ພະນັກງານອາວຸໂສບຳນານອະດີດການນຳຊາວໜຸ່ມໃນກຳລັງ ປກສ ຜູ້ທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາໃນໄລຍະຜ່ານມາ, ທີ່ໄດ້ພັກຜ່ອນບຳນານ ເພື່ອໃຫ້ຊາວໜຸ່ມໃນປັດຈຸບັນ ໄດ້ສືບທອດມູນເຊື້ອ ພ້ອມທັງມອບກະຕ່າຂອງຂວັນເພື່ອຕອບແທນບຸນຄຸນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 60 ປີ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ