ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ ໃນວັນທີ 13 ເມສາ 2021 ເຂົ້າ ຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງ ເຈົ້າແຂວງໄຊ ຍະບູລີ; ທ່ານ ບຸນລ້ວນ ຊົມສີຫາປັນຍາ ກຳມະການພັກແຂວງ ເລຂາຄະນະບໍ ລິຫານງານພັກເມືອງ ເຈົ້າເມືອງຊຽງຮ່ອນ, ມີບັນດາການນຳຂັ້ນແຂວງ, ຂັ້ນເມືອງ, ພະນັກງານຫຼັກແຫຼ່ງ, ພະນັກງານອາ ວຸໂສບຳນານ, ອົງການປົກຄອງບ້ານ ເຂົ້າ ຮ່ວມ.

ໃນພິທີ ທ່ານ ສຳລານ ສຸວັນນະໂຊດ ຫົວໜ້າຄະນະຈັດຕັ້ງ ແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບ ເລກທີ551/ຈຂ.ຊຍ ວ່າດ້ວຍການຍົກ ຍ້າຍພະນັກງານໄປປະຈຳການຢູ່ຂະແໜງການອື່ນ; ໃນນີ້, ໄດ້ຍົກຍ້າຍ ທ່ານ ບຸນລ້ວນ ຊົມສີຫາປັນຍາ ເຈົ້າເມືອງຊຽງຮ່ອນ ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນ ແຂວງໄຊຍະບູລີ ແລະ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 555/ຈຂ.ຊຍ, ຂໍ້ຕົກລົງຂອງຄະນະປະຈໍາພັກ ແຂວງ ເລກທີ 131/ຄພຂ ວ່າດ້ວຍການແຕ່ງຕັ້ງວ່າການເຈົ້າເມືອງຊຽງຮ່ອນ ແລະ ວ່າດ້ວຍການບົ່ງຕົວແຕ່ງຕັ້ງວ່າການເລຂາ ຄະນະບໍລິຫານງານພັກເມືອງຊຽງຮ່ອນ ຜູ້ໃໝ່; ໃນນີ້ ເຫັນດີໃຫ້ທ່ານ ກົງທອງ ສິດທິໄຊ ເປັນວ່າການເລຂາຄະນະບໍລິ ຫານງານພັກເມືອງ ແລະ ວ່າການເຈົ້າເມືອງ ຊຽງຮ່ອນ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ສະບັບເລກທີ 548 ວ່າດ້ວຍການ ແຕ່ງຕັ້ງ ທ່ານ ແສງອາທິດ ລາວເບຼຢາທໍ່ ເປັນຮອງເຈົ້າເມືອງຊຽງຮ່ອນ.

ໂອກາດດຽວກັນ ທ່ານເຈົ້າແຂວງ ໄຊຍະບູລີ ກ່າວວ່າ: ການປະກາດການຈັດຕັ້ງນໍາພາຄຸ້ມຄອງຂັ້ນເມືອງໃນຄັ້ງນີ້ແມ່ນ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ກໍຄືສະເພາະໜ້າ ແລະ ຍາວນານພ້ອມທັງຮຽກຮ້ອງໃຫ້ພະນັກງານທີ່ຖືກຍົກຍ້າຍ ແລະ ບົ່ງຕົວແຕ່ງ ຕັ້ງມອບໝາຍໜ້າທີ່ໃໝ່ມີແນວຄິດອຸ່ນ ອຽນທຸ່ນທ່ຽງ; ເພີ່ມທະວີບົດບາດການ ນໍາພາ, ເອົາໃຈໃສ່ເຮັດວຽກງານສືກສາອົບຮົມການເມືອງ-ແນວຄິດ, ສືບຕໍ່ຊີ້ນໍາໆພາວຽກງານຮອບດ້ານທີ່ໄດ້ຮັບການມອບໝາຍໃຫ້ຢ່າງມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດ, ສືບຕໍ່ປັບປຸງແບບແຜນ ການການນໍາພາ-ຄຸ້ມຄອງ, ພ້ອມກັນສ້າງ ສາພັດທະນາເມືອງຊຽງຮ່ອນ ໃຫ້ກ້າວໄປສູ່ຄວາມຮຸ່ງເຮືອງສີວິໄລເທື່ອລະກ້າວ.