ວັນທີ 16 ພຶດສະພາ 2021 ຢູ່ທີ່ດ່ານພູເກືອ ຊາຍແດນລະຫວ່າງແຂວງອັດຕະປື, ກອງບັນຊາການຕຳຫຼວດນະຄອນໂຮຈິມິນ ສສ ຫວຽດນາມ ນຳໂດຍ ພັທ ເດແມງຮາ ຮອງຫົວໜ້າຫ້ອງເສນາທິການ ພ້ອມຄະນະ ໄດ້ນຳເອົາເຄື່ອງຊ່ວຍເຫຼືອນຳໃຊ້ເຂົ້າໃນການປ້ອງກັນໂຄວິດ 19 ໃຫ້ກອງບັນຊາການ ປກສ ແຂວງຈຳປາສັກ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນອຸປະກອນຮັບໃຊ້ໃນວຽກງານປ້ອງກັນພະຍາດໂຄວິດ 19 ປະກອບມີ: ຜ້າອັດປາກ-ດັງ 8 ແກັດ, ເຈວລ້າງມື 20 ແກັດ, ໃນນັ້ນ ຍັງມີເງິນສົດອີກຈຳນວນໜື່ງລວມມູນຄ່າທັງໝົດ 165 ລ້ານດົ່ງ; ເຊິ່ງກ່າວຮັບໂດຍ ພັທ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ.

ໃນໂອກາດດຽວກັນ, ພັທ ສີວິໄລ ແກ້ວປະເສີດ ຕາງໜ້າຄະນະພັກຄະນະກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ກ່າວສະແດງຄວາມຂອບໃຈມາຍັງກອງບັນຊາການຕຳຫຼວດນະຄອນໂຮຈິມິນ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ສັນຍາວ່າຈະນຳເອົາເຄື່ອງອຸປະກອນການແພຈຳນວນດັ່ງກ່າວນີ້ ໄປນຳໃຊ້ໃຫ້ເປັນປະໂຫຍດສູງສຸດ.

ຈາກນັ້ນ, ທ່ານ ພັທ ສີວິໄລ ແກ້ວປະເສີດ ຍັງໄດ້ມອບໃບກຽດຕິຄຸນຂັ້ນແຂວງໃຫ້ທາງຄະນະນຳກອງບັນຊາການຕຳຫຼວດນະຄອນໂຮຈິມິນ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ.