ວັນທີ 18 ພຶດສະພາ 2021 ທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງຜົ້ງສາລີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ພ້ອມຄະນະ ໄດ້ນຳເອົາອຸປະກອນປ້ອງກັນໂຄວິດ-19 ໄປມອບໃຫ້ໂຮງໝໍທະຫານແຂວງຜົ້ງສາລີ.

 ອຸປະກອນທີ່ນຳໄປມອບໃນຄັ້ງນີ້ ເຊີ່ງປະກອບມີເສື້ອກັນເປື້ອນ 30 ຜືນ; ແວ່ນຕາປ້ອງກັນ 10 ອັນ, ຖົງມື 10 ກັບ, ເຈວລ້າງມື 5 ກ້ອງ, ຜ້າອັດປາກ-ດັງ 1.000 ອັນ, ເຫລົ້າ 75% 5 ກ້ອງ, ເຄື່ອງວັດແທກອຸນກະພູມ 10 ເຄື່ອງ, ນໍ້າຢາຂ້າເຊື້ອ 5 ຕຸກ ເຊີ່ງຕາງຫນ້າໂຮງຫມໍທະຫານແຂວງກ່າວຮັບໂດຍແມ່ນທ່ານ ພັທ ດຣ ບຸນມີ ສຸລິຍະພອນ ຫົວຫນ້າພະແນກເສນາຮັກ; ກອງບັນຊາການທະຫານແຂວງ ພ້ອມຄະນະເຂົ້າຮ່ວມ. ພ້ອມນີ້  ພັທ ດຣ ບຸນມີ ສຸລິຍະພອນ ຫົວຫນ້າພະແນກເສນາຮັກ, ກອງບັນຊາການທະຫານແຂວງ ໄດ້ສະແດງຄວາມຂອບໃຈມາຍັງຄະນະສະເພາະກິດຂັ້ນແຂວງທີເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມຕ້ອງການ ທີ່ໄດ້ນໍາເອົາເຄື່ອງອຸປະກອນການແພດ ມາມອບໃຫ້ໂຮງໝໍທະຫານແຂວງຜົ້ງສາລີໃນຄັ້ງນີ້.