(ສພຊ) ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2021 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ຕຶກ C (ຫລັກ 6) ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມທາງໄກລະຫວ່າງກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ; ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນຜູ້ຊີ້ນຳກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມທາງໄກໃນຄັ້ງນີ້ມີບັນດາທ່ານຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຮອງເລຂາທິການສະພາແຫ່ງຊາດ, ປະທານ-ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ທັງນີ້, ເພື່ອປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ, ສ້າງຄວາມເປັນເອກະພາບໃນການເຄື່ອນໄຫວຂອງທ້ອງຖິ່ນ, ເຮັດໃຫ້ນິຕິກຳຮັບໃຊ້ການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານຂອງທ້ອງຖິ່ນ ມີຄວາມຖືກຕ້ອງ ແລະ ຮັບປະກັນຕາມກົດໝາຍກຳນົດ ແລະ ຮັບປະກັນການສ້າງຕັ້ງກົງຈັກເສນາທິການຂອງສະພາປະຊາຊົນແຂວງ ເປັນລະບົບຄົບຊຸດ, ມີຄວາມສອດຄ່ອງກັບສະພາບການເຄື່ອນໄຫວໃນປັດຈຸບັນ.

ກອງປະຊຸມ, ໄດ້ຮັບຟັງການສະເໜີຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຈາກທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; ສະເໜີກ່ຽວກັບການສ້າງຕັ້ງກົງຈັກເສນາທິການ ຂອງສະພາປະຊາຊົນຂັ້ນແຂວງ ຈາກທ່ານ ຄຳສິງ ໄຊສົມແພງ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຮັບຟັງແຈ້ງຜົນຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍກາໝາຍຂອງສະພາປະຊາຊົນຂັ້ນແຂວງ ຈາກທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ; ພ້ອມນັ້ນ, ກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ ແລະ ກົງໄປກົງມາ. ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຄຳໃບ ດຳລັດ ໄດ້ກ່າວວ່າ: ໃນໄລຍະເວລາເຄິ່ງວັນຂອງການປະຊຸມ ບັນດາທ່ານຜູ້ແທນກອງປະຊຸມ ໄດ້ເປັນເຈົ້າການສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນ ແລະ ບັນຫາຕ່າງໆ ເຊິ່ງຍົກໃຫ້ເຫັນທາງດ້ານກົດໝາຍ, ນິຕິກຳທີ່ກຳນົດອອກ ແລະ ການເຄື່ອນໄຫວບົດຮຽນຕົວຈິງຢູ່ທ້ອງຖິ່ນຂອງຕົນ ລວມທັງຂໍ້ສະເໜີຕ່າງໆ ອັນໄດ້ເຮັດໃຫ້ກອງປະຊຸມ ມີບັນຍາກາດຟົດຟື້ນດີ, ເນື້ອໃນເລິກເຊິ່ງ ໃນລັກສະນະສ້າງສັນຢ່າງກົງໄປກົງມາ; ເຊິ່ງເປັນບ່ອນອີງພື້ນຖານທີ່ສຳຄັນ ໃຫ້​ແກ່​ກຳມາ​ທິການ​ວຽກ​ງານ​ສະມາຊິກ​ສະພາ​ແຫ່ງ​ຊາດ ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ປັບປຸງຕາມ​ຄຳ​ເຫັນ​ຂອງ​ບັນດາ​ທ່ານ ​ເພື່ອ​ໃຫ້​ທຸກ​ບັນຫາ​ທີ່ໄດ້​ຍົກຂຶ້ນມານັ້ນ ໄດ້ຮັບ​ການ​ແກ້​ໄຂ​, ປັບປຸງຢ່າງຖືກຕ້ອງ, ​ສອດຄ່ອງ​ກັບ​ສະພາບ​ຈຸດ​ພິ​ເສດຂອງ​ແຕ່ລະ​ແຂວງ ​ແລະ ​ເປັນ​ເອກະ​ພາບກັນ ທາງດ້ານຫລັກການ​ຢ່າງ​ສົມ​ເຫດ​ສົມ​ຜົນ.

ທ່ານຍັງໄດ້ກ່າວຕື່ມວ່າຜົນສຳເລັດກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຫລາຍຕໍ່ວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍສະເພາະຄະນະສະມາຊິກສະພາແຫ່ງຊາດ ເຊິ່ງແມ່ນກົງຈັກຂອງສະພາແຫ່ງຊາດ ປະຈຳຢູ່ເຂດເລືອກຕັ້ງ ແລະ ເປັນປະໂຫຍດໃຫ້ແກ່ກຳມາທິການ​ວຽກ​ງານ​ສະມາຊິກ​ສະພາ​ແຫ່ງ​ຊາດ ໃນຖານະທີ່ເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ເປັນຕົ້ນລະບອບ​ແບບ​ແຜນ​ວິທີ​ເຮັດ​ວຽກ, ກົນໄກປະສານງານ ​ແລະ ອື່ນໆ; ລວມທັງການຄົ້ນຄວ້າປັບປຸງກົງຈັກ​ເສນາ​ທິການ​ຂອງ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ເຊິ່ງ​ຜ່ານ​ມາ​ເຫັນ​ວ່າ​ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ​ກັນໃນບາງດ້ານ ກໍຍ້ອນວ່າ​ເປັນສະພາ​ປະຊາຊົນ​ຂັ້ນ​ແຂວງ​ຊຸດ​ທຳອິດ ແນ່ນອນການເຄື່ອນໄຫວວຽກງານ ກໍມີລັກສະນະທັງເຮັດທັງຖອດຖອນບົດຮຽນ. ສະນັ້ນ, ໃນສະພາປະຊາຊົນຂັ້ນແຂວງ ຊຸດທີ II​ ກໍຈະໄດ້ພ້ອມກັນຄົ້ນຄວ້າປັບປຸງໃນບາງດ້ານຕື່ມ ໂດຍສະເພາະກົງຈັກເສນາທິການ ເພື່ອຮັບປະກັນໃຫ້ແກ່ການປະຕິບັດສິດ, ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ກໍຄືສະມາຊິກສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ຢ່າງມີປະສິດທິຜົນ.