ໃນວັນທີ 31 ພຶດສະພາ 2021; ໂຮງໝໍແຂວງອຸດົມໄຊ ໄດ້ຈັດພິທີສົ່ງບຸກຄົນທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ເຂົ້າມາປີ່ນປົວ ຫາຍດີແລ້ວ ເພື່ອໄປຕິດຕາມອາການຢູ່ບ້ານຄື: ນາງ ອາຍີງເຈີນ (ກໍລະນີທີ່ 10) ບ້ານນາສໍາພັນ ແຂວງຫຼວງພະບາງ ແລະ ທ້າວ ລີມ (ກໍລະນີທີ່ 11) ບ້ານນາໂຮມ ເມືອງແບງ ແຂວງອຸດົມໄຊ; ເຊິ່ງທັງສອງກໍລະນີແມ່ນໄດ້ເຂົ້າມາປີ່ນປົວພະຍາດໂຄວິດ-19 ເປັນເວລາ 2 ອາທິດ ປັດຈຸບັນແມ່ນຫາຍດີແລ້ວ.

ດັ່ງນັ້ນ; ຄະນະແພດໝໍ ຈຶ່ງໄດ້ອະນຸຍາດໃຫ້ທັງ 2 ກໍລະນີກັບບ້ານໄດ້ ແລະ ຕ້ອງໄປຕິດຕາມອາການຢູ່ບ້ານອີກ 14 ວັນ ຈຶ່ງອອກມາໃຊ້ຊີວິດຮ່ວມກັບຄອບຄົວປົກກະຕິໄດ້; ປັດຈຸບັນ, ແຂວງອຸດົມໄຊ ມີຜູ້ຕິດເຊື້ອສະສົມທັງໝົດ 22 ກໍລະນີ, ປິ່ນປົວຫາຍດີແລ້ວ 12 ກໍລະນີ ແລະ ພວມປິ່ນປົວ 10 ກໍລະນີ.

ເຂົ້າຮ່ວມພິທີດັ່ງກ່າວມີ ທ່ານ ດຣ ສົມພອນ ຊາວມົງວື ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ, ທ່ານ ດຣ ລັດຕາ ວັນນະຈິດ ອໍານວຍການໂຮງໝໍແຂວງ  ພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.