ໃນວັນທີ 1 ມີຖຸນາ 2021 ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ເປີດຂະບວນການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີອາຍຸແຕ່ 18-60 ປີ ຮອບທີ 1; ໂດຍການເຂົ້າຮ່ວມຂອງ  ພົຈວ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ພັອ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊຍະບູລີ, ມີ ຄະນະພັກ-ຄະນະບັນຊາ ພະນັກງານແພດໜໍໂຮງໝໍທະຫານແຂວງ, ໂຮງໝໍແຂວງໄຊຍະບູລີ ແລະ ພະນັກງານ-ນັກຮົບ ກົມກອງອ້ອມຂ້າງ ເຂົ້າຮ່ວມ.

ການເປີດຂະບວນການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ແມ່ນປະຕິບັດຕາມຄຳສັ່ງຂອງຄະນະກວດກາການຄວບຄຸມການລະບາດຂັ້ນສູນກາງ ກໍຄືຄະນະສະເພາະກິດຂອງກະຊວງປ້ອງກັນປະເທດ ເພື່ອສັກຢາວັກຊິນປ້ອງກັນພະຍາດໂຄວິດ-19ໃຫ້ແກ່ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງໄຊຍະບູລີ; ໃນໄລຍະຜ່ານມາ ມີພະນັກງານ-ນັກຮົບໄດ້ຮັບການສັກຢາວັກຊິນຢູ່ໂຮງໝໍແຂວງແລ້ວກວມເອົາ 69,44%, ການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້ ກໍເພື່ອເປັນການສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ. ສໍາລັບຂັ້ນຕອນກ່ອນສັກວັກຊິນປ້ອງກັນພະຍາດໂຄວິດ-19 ນີ້ຜູ້ທີ່ຈະສັກວັກຊິນຕ້ອງປະຕິບັດຕາມເງື່ອນໄຂຢ່າງເຂັ້ມງວດຕາມແບບຟອມສອບຖາມກ່ອນສັກວັກຊິນເປັນຕົ້ນແມ່ນຜ່ານການກວດສຸຂະພາບວັດແທກອຸນຫະພູມຮ່າງກາຍ, ວັດແທກຄວາມດັນໂລຫິດພ້ອມທັງຕ້ອງເຫັນດີອະນຸຍາດໃຫ້ແພດສັກດ້ວຍຄວາມສະໝັກໃຈ; ຜູ້ທີຈະໄດ້ຮັບການສັກວັກຊິນຕ້ອງມີສຸຂະພາບແຂງແຮງດີ, ບໍ່ມີພະຍາດປະຈຳຕົວ, ພາຍຫຼັງສັກວັກຊິນແລ້ວຕ້ອງໃຫ້ນັ່ງພັກຜ່ອນເປັນເວລາ 25-30 ນາທີ ແລ້ວຮັບໃບຢັ້ນຢືນ, ຫຼັງຈາກນັ້ນແມ່ນໃຫ້ຕິດຕາມສຸຂະພາບຂອງຕົນພາຍໃນ 1 ອາທິດ ຫ້າມບໍ່ໃຫ້ດື່ມເຄື່ອງດື່ມທີ່ມີແອວກໍຮໍເຄື່ອງດອງຕ່າງໆຖ້າມີອາການຜິດປົກກະຕິໃຫ້ຮີບຮ້ອນລາຍງານ ແລະ ປຶກສາແພດໂດຍດ່ວນ.