ເມືອງເງິນ  ແຂວງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ວັນຕ້ານການໃຊ້ແຮງງານເດັກສາກົນ  ແລະ ວັນສິ່ງແວດລ້ອມໂລກ ຂຶ້ນໃນວັນທີ 1 ມິຖຸນາ 2021 ຢູ່ທີ່ກຸ່ມບ້ານປາງບົງ ເມືອງເງິນ ແຂວງໄຊຍະບູລີ; ເຂົ້າຮ່ວມມີ ທ່ານ ທະວີສັກ ໄຊຍະວົງ ວ່າການ ເລຂາພັກເມືອງ ເຈົ້າເມືອງເງິນ, ທ່ານ ພິລະພົນ ນົນທະແກ້ວ ຜູ້ອຳນວຍການ ຝ່າຍຄວາມປອດໄພ ສຸຂະພາບອະນາໄມ ແລະ ສິ່ງແວດລ້ອມ ບໍລິສັດໄຟຟ້າຫົງສາ ຈຳກັດ; ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ນັກທຸລະກິດ, ທິມງານບໍລິສັດໄຟຟ້າຫົງສາ, ນາຍບ້ານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ທະວີສັກ ໄຊຍະວົງ ໄດ້ກ່າວເປີດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ວັນຕ້ານການໃຊ້ແຮງງານເດັກສາກົນ ແລະ ວັນສິ່ງແວດລ້ອມໂລກ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຫຼາຍຢ່າງຂອງປ່າໄມ້ທີ່ຕິດພັນກັບສິ່ງທີ່ມີຊີວິດ; ເພື່ອແນ່ໃສ່ຄືນຄວາມອຸດົມສົມບູນຂອງປ່າໄມ້ ແລະ ຊີວະນາໆພັນ ເຊິ່ງແຕ່ລະປີ ພັກ ແລະ ລັດຖະບານ ໄດ້ຖືເອົາວັນທີ 1 ມີຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ໂດຍສະເພາະພົນລະເມືອງລາວທຸກຄົນຕ້ອງໄດ້ພັນທະ ແລະ ປະກອບສ່ວນເຂົ້າໃນການປູກໄມ້ປູກປ່າ ແລະ ຕິດພັນກັບວັນເດັກນ້ອຍສາກົນ; ເພື່ອສ້າງໃຫ້ນ້ອງນ້ອຍນັກຮຽນ ທີ່ເປັນໜໍ່ແໜງຂອງປະເທດຊາດ ຮູ້ຈັກອານຸລັກຮັກສາປ່າໄມ້ໃຫ້ຫຼາຍຂຶ້ນ.

ສຳລັບປີ 2021 ເມືອງເງິນ ຈະໄດ້ສູ້ຊົນປູກໄມ້ໃຫ້ໄດ້ 260,5 ເຮັກຕາ, ຟື້ນຟູປ່າທຳມະຊາດໃຫ້ໄດ້ 3.340 ເຮັກຕາ, ໄມ້ທີ່ຈະນໍາມາປູກໃນປີນີ້ມີ: ໄມ້ໃຫ້ໜາກ, ໄມ້ໃຫ້ຮົ່ມ, ໄມ້ແຕ້ຂ່າ, ໄມ້ຂົມຝາດ ແລະ ໄມ້ປະດັບຕົວເມືອງ ທັງໝົດ 25.270 ເບ້ຍ ເຊິ່ງໃນນີ້: ເບ້ຍໄມ້ທີ່ກ້າໄດ້ຢູ່ພາຍໃນເມືອງ 18.770 ເບ້ຍ, ບໍລິສັດໄຟຟ້າຫົງສາ ສະໜອງໃຫ້ 6.000 ເບ້ຍ.

ຈາກນັ້ນ ທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແບ່ງປັນເບ້ຍໄມ້ ແລະ ເນື້ອທີ່ປູກ ໃຫ້ບ້ານ ຈຳນວນ 22 ບ້ານ ໃນທົ່ວເມືອງ ເພື່ອນຳໄປປູກໃສ່ໃນຂອບເຂດຮັບຜິດຊອບ ແລະ ຟື້ນຟູປ່າທຳມະຊາດໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.