ໃນທ້າຍອາທິດຜ່ານມາ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະຢູ່ກອງບັນ ຊາການ ປກສ ນະຄອນປາກເຊ; ນຳພາໂດຍ ພັທ ທອງພູນ ແພງໂສພາ ຮອງຫົວໜ້າ ຫ້ອງຄຸ້ມຄອງສຳມະໂນຄົວ ປກສ ແຂວງ, ເຂົ້າຮ່ວມໂດຍ ພັທ ເຂັມທອງ ຟອງສະ ມຸດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ, ມີບັນດາຫົວໜ້າພະແນກ, ຫົວໜ້າກຸ່ມ, ພະນັກງານວິຊາສະເພາະເຂົ້າຮ່ວມ.

ພັທ ຄຳໄພ ພັນທະວົງ ຫົວໜ້າພະແນກສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ນະຄອນປາກເຊ ໄດ້ລາຍງານໂດຍຫຍໍ້ ເຊິ່ງໃນທົ່ວນະຄອນປາກເຊມີ 42 ບ້ານ, ມີ 15.612 ຄອບຄົວ, ມີ 15.541 ຫຼັງຄາເຮືອນ; ມີພົນລະເມືອງທັງໝົດ 87.267 ຄົນ ຍິງ 43.419 ຄົນ 15 ປີ ຂຶ້ນໄປມີ 62.402 ຄົນ ຍິງ 1.311 ຄົນ ມີ 6 ກຸ່ມບ້ານໃຫ່ຍ 1 ເທດສະບານ, ມີຄອບຄົວລວມໝູ່ 30 ຄອບຄົວ, ມີ 30 ຫຼັງຄາເຮືອນ ມີຈຳນວນພົນ 1.111 ຄົນ ຍິງ 89 ຄົນ ອາຍຸ 15 ປີຂຶ້ນໄປ 1.111 ຄົນ ຍິງ 89 ຄົນ; ປັບປຸງສຳມະໂນຄົວໄດ້ 2.179 ຄອບຄົວ ມີຈຳນວນພົນ 8.877 ຄົນ ຍິງ 4.618 ຄົນ ອາຍຸ 15 ປີຂຶ້ນໄປມີ 6.124 ຄົນ ຍິງ 3.450 ຄົນ, ຂຶ້ນທະບຽນສຳມະໂນຄົວໃໝ່ 853 ຄອບຄົວ ມີຈຳນວນພົນ 2.868 ຄົນ ຍິງ 1.467 ຄົນ ມີຈຳນວນພົນເພີ່ມທັງໝົດ 123 ຄົນ ຍິງ 50 ຄົນ ຈຳນວນພົນຫຼຸດມີ 197 ຄົນ ຍິງ 73 ຄົນ; ສ້າງບົດບັນທຶກສຶກສາອົບຮົມປ້ອງກັນຄວາມສະຫົງບ ມີ 101 ຮ້ານ ສຶກສາອົບຮົມຮ້ານບໍ່ເຂັດຫຼາບ 6 ຮ້ານ.

ໃນກອງປະຊຸມຍັງໄດ້ມີການເຜີຍແຜ່ບັນດາເນື້ອໃນເອກະສານຕ່າງໆ ເຊັ່ນ: ຂໍ້ຕົກລົງສະບັບເລກທີ 655/ປກສ, ລົງວັນທີ 8 ພຶດສະພາ 2012 ວ່າດ້ວຍ ການຈົດທະບຽນສຳມະໂນຄົວ ແລະ ຄົນຕ່າງດ້າວ, ເອກະສານບົດເນະນຳສະບັບ ເລກທີ 1268/ປກສ, ລົງວັນທີ 28 ມິຖຸນາ 2019 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນຄອບຄົວ ໃນຄວາມຮັບຜິດຊອບຂະແໜງປ້ອງກັນຄວາມສະຫງົບ; ເອກະສານບົດເນະນຳເລກທີ 2865/ຄກຖ, ລົງວັນທີ 21 ເມສາ 2021 ກ່ຽວກັບການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມສະຫຼຸບວຽກງານສຳມະໂນຄົວ ແລະ ກໍ່ສ້າງຮາກຖານ; ເອກະສານແຈ້ງການເລກທີ 10644/ປກສ ຈສ, ລົງວັນທີ 10 ທັນວາ 2019 ກ່ຽວກັບການຢັ້ງຢືນການຍົກຍ້າຍຂອງພົນລະເມືອງລາວ ແລະ ເອກະສານການເກັບກຳຮ່າງສະຖິຕິຕ່າງໆຂອງພົນລະ ເມືອງລາວ.

ໃນພິທີ ພັທ ທອງພູນ ແພງໂສພາ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ສຳເລັດຂອງໜ້າທີ່ວຽກງານໃນພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ນະຄອນ ປາກເຊ ພ້ອມທັງທິດຊີ້ນຳກ່ຽວກັບວຽກງານການຈົດທະບຽນ, ວຽກງານຄຸ້ມ ຄອງສຳມະໂນຄົວ ແລະ ຍົກຍ້າຍຖິ່ນຖານ, ວຽກງານຄຸ້ມຄອງອາຊີບພິເສດ-ພາຫະ ນະພິເສດ; ວຽກງານທະບຽນປະຫວັດ ແລະ ອອກບັດປະຈຳຕົວ, ວຽກງານສິດ, ໜ້າທີ່ ແລະ ພາລະບົດບາດຂອງກຳລັງ ປກສ ກຸ່ມ ຕ້ອງໄດ້ເອົາໃຈໃສ່ຖືເປັນບັນຫາສຳຄັນໃນການຈັດຕັ້ງປະຕະບັດ, ທັງນີ້ກໍເພື່ອແນໃສ່ໃຫ້ມີຄວາມຊັດເຈນ, ຖືກຕ້ອງ, ແລະ ສອດຄ່ອງກັນຫຼັກການວິຊາສະເພາະ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະ ຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.