ໃນວັນທີ 28 ກໍລະກົດ 2021, ກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດພິທີປະກາດແຕ່ງຕັ້ງນາຍຕຳຫຼວດເປັນຮອງກອງບັນຊາ ການ ປກສ ເມືອງວັງວຽງ; ໂດຍການເຂົ້າຮ່ວມໃນພິທີມີ ພັອ ສົມຄິດ ດວງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ທ່ານ ສຸວຽງທອງ ວົງຈໍາປາ ຮອງເຈົ້າເມືອງໆ ວັງວຽງ ແຂວງວຽງຈັນ; ພັທ ຄໍາໝັ້ນ ແສນບຸດດີ ຫົວໜ້າກອງບັນຊາການ ປກສ ເມືອງ ວັງວຽງ ມີຄະນະກອງບັນ ຊາການ ປກສ ເມືອງ, ແຂກຮັບເຊີນ, ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກອງບັນຊາ ການ ປກສ ເມືອງວັງວຽງ ເຂົ້າຮ່ວມ.

ພັຕ ເພັງ ໄຊຍະແສງ ຫົວໜ້າພະແນກຈັດຕັ້ງພະນັກງານ ຫ້ອງການເມືຶອງ ປກສ ແຂວງວຽງຈັນ ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບສະບັບເລກທີ 1000/ປກສ ລົງວັນທີ 28 ມີຖຸນາ 2021 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ ຂຶ້ນກັບກອງບັນຊາການ ປກສ ແຂວງວຽງຈັນ; ໃນນີ້, ໄດ້ແຕ່ງຕັ້ງ ພັທ ຄໍາໄພ ມູນຕີວົງ ເປັນຮອງຫົວໜ້າກອງບັນຊາ ການ ປກສ ເມືອງວັງວຽງ ແຂວງວຽງ ຈັນ, ເຊິ່ງການປັບປຸງໃນຄັ້ງນີ້ກໍເພື່ອແນ ໃສ່ ເຮັດໃຫ້ການຈັດຕັ້ງມີຄວາມເຂັ້ມແຂງ ເພີ່ມທະວີການຊີ້ນຳ-ນໍາພາພະນັກງານ-ນັກຮົບ ສາມາດຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ ແລະ ຖືກຕ້ອງຕາມ ລະບຽບຫຼັກການ.