ວັນທີ 28 ກັນຍານີ້, ແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ທາບທາມ ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ; ຮ່າງກົດໝາຍວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ; ປະທານສະພາປະຊາຊົນ ແຂວງອຸດົມໄຊ; ມີຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ສອງກອງບັນຊາການ ປກຊ-ປກສ, ສສຊ-ສສຂ, ອົງການລັດທຽບເທົ່າພະແນກການຂັ້ນແຂວງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມສະໄຫມວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະແມ່ນເນື້ອໃນຂອງ 2 ມະຕິ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023; ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຈັດຕັ້ງການທາບທາມ ແລະ ປະກອບຄໍາຄິດຄໍາເຫັນໃສ່ 3 ຮ່າງກົດໝາຍດັ່ງກ່າວຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ການປະກອບຄໍາຄິດຄໍາເຫັນຂອງບັນດາພະແນກການ ແລະ ອົງການທີ່ຕິດພັນກັບກົດໝາຍ 3 ສະ ບັບ ຢ່າງມີເນື້ອໃນລະອຽດ, ເລິກເຊິ່ງ ແລະ ຈະເປັນຂໍ້ມູນໃຫ້ສະພາປະຊາຊົນແຂວງລາຍງານຕໍ່ສະພາແຫ່ງຊາດ. ຕ້ອນທ້າຍ, ທ່ານ ຄໍາດີ ວົງລ້ອມ ໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ຈົ່ງນໍາເອົາບັນດາເນື້ອໃນຈິດໃຈຂອງກອງປະຊຸມໂດຍສະເພາະແມ່ນ 2 ວາລະແຫ່ງຊາດດັ່ງກ່າວໄປຈັດຕັ້ງເຊື່ອມຊຶມຜັນຂະຫຍາຍໃຫ້ຖັນແຖວພະນັກງານ-ລັດຖະກອນ ຢູ່ໃນກົມກອງໄດ້ຮັບຮູ້ ແລະ ເຂົ້າໃຈ; ພ້ອມກັນຈັດຕັ້ງປະຕິບັດຄຽງຄູ່ກັບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສໍາເລັດ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.