ໃນວັນທີ 28 ກັນຍາຜ່ານມາ, ຄະນະຮັບຜິດຊອບວຽກງານການກຳນົດລາຄາສິນຄ້າ ໄດ້ລົງເຄື່ອນໄຫວປະຕິບັດຕົວຈິງ ຢູ່ 2 ຕະຫຼາດ ຄື: ຕະຫຼາດໜອງແມງດາ ແລະ ຕະຫຼາດບ້ານຖິ່ນ ເມືອງໄຊ ແຂວງອຸດົມໄຊ; ນຳໂດຍ ທ່ານ ນາງ ໄມພອນ ສິລິວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ, ມີຄະນະຮັບຜິດຊອບຈາກຫ້ອງການອຸດສາຫະກຳ-ການຄ້າ ເມືອງໄຊ, ຜູ້ບໍລິຫານຈັດການຕະຫຼາດ ແລະ ວິຊາການທີ່ກ່ຽວຂ້ອງ.

ການລົງເຄື່ອນໄຫວວຽກງານຄັ້ງນີ້, ກໍເພື່ອເປັນການປະຕີບັດຕາມຄຳສັ່ງຂອງຂັ້ນເທິງ ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການສິນຄ້າໃນທ້ອງຕະຫຼາດເທດສະບານ ໃຫ້ຢູ່ໃນເກນທີ່ກຳນົດ ແລະ ຮັບໄດ້ທັງຜູ້ຊື້ ແລະ ຜູ້ຂາຍ; ທ່ານ ນາງ ໄມພອນ ສິລິວົງ ກ່າວວ່າ: ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຂອງເສດຖະກິດ ບັນຫາສິນຄ້າມີລາຄາແພງ ແລະ ປະຕິບັດຕາມວາລະແຫ່ງຊາດໃນການສຸມໃສ່ການຜະລິດ ແລະ ສະໜອງສິນຄ້າພາຍໃນໃຫ້ພຽງພໍ ແລະ ຜະລິດເພື່ອສົ່ງອອກນັ້ນ, ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບນັກທຸລະກິດ ຜູ້ປະກອບການ ໂດຍສະເພາະແມ່ນຫົວໜ່ວຍການປູກ-ການລ້ຽງ ເພື່ອກຳນົດໂຄງປະກອບລາຄາສິນຄ້າປະເພດສະບຽງອາຫານໃຫ້ມີຄວາມເໜາະສົມ.

ການລົງເຄື່ອນໄຫວຂອງຄະນະຮັບຜິດຊອບ ແມ່ນໄດ້ນຳເອົາຊິງຂອງລັດ ແລະ ແຜ່ນປ້າຍກຳນົດລາຄາສິນຄ້າ ໄປຕິດຢູ່ຕະຫຼາດ ໂດຍສະເພາະແມ່ນລາຄາຊີ້ນໜູໜ້າຟາມສູງສຸດບໍ່ໄຫ້ເກີນ 26.000 ກີບຕໍ່ກິໂລ; ລາຄາຊີ້ນສົດຂາຍໃນຕະຫຼາດສູງສຸດບໍ່ໃຫ້ເກີນ 50.000 ກີບຕໍ່ກິໂລ, ລາຄາໄຂ່ໄກ່ໜ່ວຍໃຫຍ່ ໜ້າຟາມສູງສຸດບໍ່ໃຫ້ເກີນ 420.000 ກີບຕໍ່ແກັດ, ລາຄາຂາຍຍ່ອຍຢູ່ຕະຫຼາດສູງສຸດບໍ່ໃຫ້ເກີນ 38.000ກີບຕໍ່ແຕະ, ລາຄາປາໜ້າຟາມສູງສຸດບໍ່ໃຫ້ເກີນ 20.000 ກີບຕໍ່ກິໂລ, ລາຄາປາຂາຍສົ່ງບໍ່ໃຫ້ເກີນ 22.000 ກີບຕໍ່ກິໂລ, ລາຄາຂາຍຍ່ອຍຢູ່ຕະຫຼາດບໍ່ໃຫ້ເກີນ 24.000 ກີບຕໍ່ກິໂລ; ພ້ອມນີ້, ຍັງມີມາດຕະການປັບໄໝຕໍ່ຜູ້ລະເມີດຂຶ້ນລາຄາ, ສວຍໂອກາດກັກຕຸນສິນຄ້າ ໂດຍບໍ່ໄດ້ຮັບອານຸຍາດ ຈະໄດ້ຖືກປັບໃໝ ແຕ່ 1 ລ້ານ-5 ລ້ານກີບຕໍ່ຄັ້ງຕໍ່ຄົນ ແລະ ຍັງມີຂໍ້ຫ້າມອື່ນໆທີ່ເປັນປະໂຫຍດໃຫ້ແກ່ຜູ້ບໍລິການ ແລະ ຜູ້ບໍລິໂພກ ພ້ອມທັງກວດຕາຊິງບັນດາຮ້ານຂາຍຊີ້ນ; ຂາຍປາ, ຂາຍເຂົ້າ ແລະ ພືດຜັກອື່ນໆ ການເຄື່ອນໄຫວກຳນົດລາຄາສິນຄ້າ ຈະໄດ້ປະຕິບັດເປັນເອກະພາບກັນໃນ 7 ເມືອງ ທົ່ວແຂວງອຸດົມໄຊ.