ເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານນໍາພາຂັ້ນເມືອງ ໃນວັນທີ 24 ກັນຍາ 2021 ໂດຍການເຂົ້າຮ່ວມຂອງ ສະຫາຍ ລຳທອງ ຂອບສີລາວົງ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ; ສະຫາຍ ປອ ແສງທອງ ວັງແກ້ວມະນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊພູທອງ, ມີການຈັດຕັ້ງຂັ້ນແຂວງທີ່ກ່ຽວຂ້ອງ, ບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ການຈັດຕັ້ງ ພັກ-ລັດ ອ້ອມຂ້າງເມືອງ ເຂົ້າຮ່ວມ.

ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 1519/ຄປພຂ.ສຂ, ລົງວັນທີ 22 ກັນຍາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ໂດຍການເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ເກີດມີ ຈັນທິລາດ ກໍາມະການພັກເມືອງ ເປັນຮອງເລຂາພັກເມືອງໄຊພູທອງ, ສະຫາຍ ທອງມີ ເນົາສະຫວາດ ກຳມະການພັກເມືອງ ເປັນກຳມະການປະຈຳພັກເມືອງ; ສະຫາຍ ນາງ ແກ້ວວິຈິດ ວົງໂພສີ ກຳມະການພັກເມືອງ ເປັນກຳມະການປະຈຳພັກເມືອງ, ສະຫາຍ ຕິກ ບຸດສະດີ, ສະຫາຍ ນາລີ ພັນທະວົງ ແລະ ສະຫາຍ ນາງ ບົວຄໍາ ພົມໂສພາ ເປັນກໍາມະການພັກເມືອງ; ດັ່ງນັ້ນ, ອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະຫວັນນະເຂດ ເລກທີ 1592/ຈຂ.ສຂ ລົງວັນທີ 22 ກັນຍາ 2021 ວ່າດ້ວຍການແຕ່ງຕັ້ງພະນັກງານ ມາດຕາ 1 ຕົກລົງແຕ່ງຕັ້ງ ສະຫາຍ ພົມມາ ສົງວິໄລ ເປັນຮອງເຈົ້າເມືອງໄຊພູທອງ ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມເມືອງ.

ຕອນທ້າຍ, ສະຫາຍ ລຳທອງ ຂອບສີລາວົງ ກ່າວວ່າ: ການບົ່ງຕົວແຕ່ງຕັ້ງຄັ້ງນີ້ເປັນການແຕ່ງຕັ້ງເພີ່ມຕຳແໜ່ງຄະນະປະຈໍາ ແລະ ກຳມະການພັກເມືອງທີ່ວ່າງ ຍ້ອນມີການສັບຊ້ອນຍົກຍ້າຍບາງສະຫາຍໄປຮັບໜ້າທີ່ໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ, ພ້ອມນັ້ນ, ຍັງໄດ້ເນັ້ນໜັກຕໍ່ບັນດາພາກສ່ວນທີ່ເຂົ້າຮ່ວມໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິ XI ຂອງພັກ; ມະຕິ IX ຂອງແຂວງ ແລະ ມະຕິ V ຂອງເມືອງ ເຂົ້າໃນຂະແໜງການຕ່າງໆ ໂດຍສະເພາະຕໍ່ບັນຫາໃໝ່ທີ່ເປັນວາລະແຫ່ງຊາດ ເປັນຕົ້ນຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ລົງວັນ ທີ 26 ກໍລະກົດ 2021 ກ່ຽວກັບການເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກທຸກຂັ້ນອອກ ເພື່ອນໍາເອົາເນື້ອໃນຈິດໃຈເອກະສານດັ່ງກ່າວ ໄປຈັດຕັ້ງປະຕິບັດຕາມພາລະບົດບາດ; ໜ້າທີ່ທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດສູງສຸດ, ເປັນພະນັກງານນໍາພາຕ້ອງເປັນແບບຢ່າງທີ່ດີໃຫ້ມະຫາຊົນທຸກຊັ້ນຄົນໃນສັງຄົມ, ຮູ້ແນວທາງ, ຮູ້ວາງແຜນ, ຮູ້ນໍາພາ, ຮູ້ຈັດຕັ້ງປະຕິບັດແລກປ່ຽນຖອນຖອດບົດຮຽນ ແລະ ຮູ້ເສຍສະຫຼະ ເພື່ອນໍາພາປະເທດຊາດບ້ານເມືອງພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.