ທ້າຍເດືອນຜ່ານມາ, ເຈົ້າໜ້າທີ່ ໜ່ວຍງານສືບສວນ-ສອບສວນຄະດີອາຍາ ແລະ ເສດຖະກິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ນໍາລົດຈັກຈໍານວນ 2 ຄັນ ທີ່ຖືກຄົນຮ້າຍລັກໄປ ມາມອບຄືນໃຫ້ເຈົ້າຂອງເດີມ; ໂດຍໃນນັ້ນ, ມີລົດຈັກຮອນດ້າເວບໄອ ສີຂາວ-ດຳ ແລະ ຮອນດ້າເວບຮ້ອຍ ສີແດງ-ດຳ.

ເຊິ່ງກ່າວມອບໂດຍ ພັທ ຄຳເຕົ່າ ກຳລັດສາລີ ຮອງຫົວໜ້າກອງບັນຊາການ ປກສ ເມືອງສິງ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ທ້າວ ຊາເຢາະ ຢູ່ບ້ານນ້ຳເຫຼັກ ແລະ ທ້າວ ທອງຈັນ ຢູ່ບ້ານໜອງບົວ ເມືອງສິງ ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບລົດຈັກດັ່ງກ່າວນີ້, ເຈົ້າໜ້າທີ່ ປກສ ເມືອງສິງ ສາມາດເກັບກູ້ຄືນໄດ້ຈາກຄົນຮ້າຍ ຊື່ ທ້າວ ຈ່າຍ ອາຍຸ 23 ປີ ແລະ ທ້າວ ເຢຍມົວ ອາຍຸ 20 ປີ ທັງສອງຢູ່ບ້ານກົກໝີ້ ເມືອງ ແລະ ແຂວງຫຼວງນ້ຳທາ.

ຕອນທ້າຍ, ພັທ ຄຳເຕົ່າ ກຳລັດສາລີ ຍັງຮຽກຮ້ອງໃຫ້ເຈົ້າຂອງລົດທັງສອງຄັນປົກປັກຮັກສາພາຫະນະໃຫ້ດີ, ບໍ່ຈອດຊະຊາຍ, ຕ້ອງໃສ່ກະແຈລ໋ອກຄໍ, ລ໋ອກດິ້ວ ແລະ ຕິດຕັ້ງກັນຂະໂມຍລົດ, ອີກຢ່າງທຸກພາກສ່ວນໃນສັງຄົມ ຕ້ອງເປັນເຈົ້າການນຳກັນ ພົບເຫັນເບາະແສກຸ່ມຄົນບໍ່ດີຢູ່ເຂດໃດ ໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ກ່ຽວຂ້ອງດ່ວນ.