ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຈັດພິທີອົບຮົມ-ຫັດແອບການທະຫານໃຫ້ບັນດາກົມກອງ, ກອງບັນຊາການທະຫານເມືອງ ທີ່ຂຶ້ນກັບ ປະຈຳປີ 2022 ໃນວັນທີ 13 ມັງກອນ, ເຂົ້າຮ່ວມໂດຍ ພົຈວ ໄພວັນ ຈັນທະພົມມາ ຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະ ພັອ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກົມກອງອ້ອມຂ້າງ ເຂົ້າຮ່ວມ.

ພັທ ຄຳສິງ ພົນປະເສີດ ຮອງຫົວໜ້າຫ້ອງເສນາທິການທະຫານ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບການທະຫານ, ອີງຕາມຄໍາສັ່ງຂອງກົມໃຫຍ່ເສນາທິການ ກອງທັບ ສະບັບເລກທີ 2576 /ກສນ, ລົງວັນທີ 12 ພະຈິກ 2021 ວ່າດ້ວຍ ການອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2022 ໃຫ້ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໃນທົ່ວກອງທັບປະຊາຊົນລາວ ແລະ ຄຳສັ່ງແນະນໍາຂອງກົມອົບຮົມ ສະບັບເລກ ທີ 369/ກອຮ ລົງວັນທີ 22 ພະຈິກ 2021 ວ່າດ້ວຍ ການອົບຮົມ-ຫັດແອບປັບປຸງລະບຽບແບບແຜນຝຶກຝົນກຳລັງແຮງກາຍ ປະຈຳປີ 2022 ໃຫ້ໄດ້ຮັບຜົນສູງ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄຳສັ່ງອົບຮົມ ປະຈຳປີ 2022 ຂອງກົມໃຫຍ່ເສນາທິການກອງທັບ ວາງອອກໃຫ້ເປັນຮູບປະທໍາ.

ໂດຍການຈັດອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ນາຍທະຫານນຳເອົາເນື້ອໃນຄຳສັ່ງມາປະຕິບັດຕົວຈິງ ໃນກົມກອງຂອງຕົນ ຢ່າງຖືກຕ້ອງຄົບຖ້ວນ ແລະ ມີຄຸນນະພາບ ທັງຍົກສູງລະດັບຄວາມຮູ້, ຄວາມສາມາດໃຫ້ນາຍ ແລະ ພົນທະຫານຢູ່ກົມກອງ ກຳໄດ້ທາງດ້ານທິດສະດີຫຼັກການ, ສິລະປະຍຸດ-ຍຸດທະວິທີ່ມີຄວາມຊຳນານ, ຮັບປະກັນໃນການກຽມພ້ອມສູ້ຮົບໃນສະເພາະໜ້າ ແລະ ຍາວນານ ພ້ອມທັງປັບປຸງກໍ່ສ້າງລະບຽບແບບແຜນໃຫ້ນາຍ ແລະ ພົນທະຫານມີສະຕິຕໍ່ການຈັດຕັ້ງຕື່ນຕົວຕໍ່ການປະຕິບັດລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ, ຖືເອົາວຽກງານດັ່ງກ່າວກາຍເປັນຊີວິດປະຈຳວັນ ແລະ ທັງເປັນການຝຶກຝົນຫຼ່ໍຫຼອມກຳລັງແຮງກາຍພະນັກງານ-ນັກຮົບທຸກສະຫາຍ ໃຫ້ມີສຸຂະພາບແຂງແຮງດີ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ເຮັດສຳເລັດໜ້າທີ່ ແລະ ເຮັດໃຫ້ກົມກອງມີຜົນງານໃບໜ້າໃໝ່ຂຶ້ນເປັນກ້າວໆ.

ຊຸດອົບຮົມ-ຫັດແອບ ແມ່ນຈະໃຊ້ເວລາ 160 ວັນ ລວມມີ 4 ພາກ. ໃນນັ້ນ, ພາກການທະຫານມີ 140 ວັນ, ພາກການເມືອງ 10 ວັນ, ພາກພະລາທິການ 5 ວັນ ແລະ ພາກເຕັກນິກ 5 ວັນ.