ວັນທີ 10 ມີນາ 2022, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂອຮັນ ເອີເຊີນ (Orhan ISIK) ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດ ຕວັກກີ ປະຈຳ ສປປ ລາວ ຄົນໃໝ່ ແລະ ປຶກສາຫາລືການພົວພັນຮ່ວມມືຂອງ ກະຊວງຍຸຕິທໍາ ລາວ ແລະ ຕວັກກີ.

ໂອກາດນີ້, ທ່ານ ໄພວີ ສີບົວລິພາ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະຣາຊະທູດ ຕວັກກີ ປະຈຳ ສປປ ລາວ ໃນຄັ້ງນີ້ ພ້ອມທັງລາຍງານ ແລະ ສະເໜີກ່ຽວກັບພາລະບົດບາດ ແລະ ວຽກງານບຸລິມະສິດຂອງ ກະຊວງຍຸຕິທໍາ.

ສໍາລັບ ສປປ ລາວ ແລະ ຕວັກກີ ແມ່ນໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 26 ມິຖຸນາ 1958, ເຊິ່ງໃນໄລຍະຜ່ານມາ ລັດຖະບານຕວັກກີ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດລາວຫຼາຍດ້ານ ເປັນຕົ້ນແມ່ນ ດ້ານວຽກງານສາທາລະນະສຸກ, ການສຶກສາ ແລະ ອື່ນໆ

ພ້ອມກັນນັ້ນ, ທັງສອງຝ່າຍກໍໄດ້ປຶກສາຫາລືການຮ່ວມມື ໃນຂະແໜງຍຸຕິທຳວຽກງານກົດໝາຍໃຫ້ກວ້າງຂວາງ, ການຊ່ວຍເຫຼືອວຽກງານອື່ນໆ ໃນຂະແໜງຍຸຕິທຳໃຫ້ນັບມື້ຫຼາຍຂຶ້ນ ແລະ ຢືນຢັນວ່າຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການປະຕິບັດໜ້າທີ່ທາງການທູດຂອງທ່ານ ໃຫ້ປະສົບຜົນສຳເລັດ.

ໂອກາດດຽວກັນນີ້, ທ່ານ ໂອຮັນ ເອີເຊີນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງ ທ່ານລັດຖະມົນຕີ ກະຊວງຍຸຕິທຳ, ເຊິ່ງການປຶກສາຫາລືຄັ້ງນີ້ ຈະເປັນການສ້າງຄວາມເຂົ້າໃຈການຮ່ວມມືໃນວຽກງານຍຸຕິທຳຂອງສອງຝ່າຍໃຫ້ຫຼາຍຂຶ້ນ; ພ້ອມກັນນັ້ນ, ກໍຈະນໍາເອົາການປຶກສາຫາລືຄັ້ງນີ້ ໄປຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.