ໃນວັນທີ 28 ມີນາ 2022, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ແລະ ແຂວງຜົ້ງສາລີ ໄດ້ມອບລົດຈັກຍີ່ຫໍ້ລີຟານ ສີໝາກຄໍ້ ຄືນໃຫ້ ທ້າວ ຄໍາແອ່ນ ປະຊາຊົນຢູ່ບ້ານຫ້ວຍເຫຼັກ ເມືອງບຸນເໜືອ ແຂວງຜົ້ງສາລີ.

ຮອ ສົມລິດ ລາວວັງ ຫົວໜ້າໜ່ວຍງານສືບສວນ-ສອບສວນ ປກສ ເມືອງຜົ້ງສາລີ ໃຫ້ຮູ້ວ່າ:

ໃນວັນທີ 25 ມີນາ 2022 ເວລາ 7:00 ໂມງ, ຜູ້ເສຍຫາຍໄດ້ແຈ້ງຄວາມວ່າ ໄດ້ຈອດໄວ້ຢູ່ຫຼັກ 37 ເມືອງບຸນເໜືອ ແລະ ຖືກຄົນມາລັກໄປ; ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ເມືອງ ໄດ້ຈັດແບ່ງກໍາລັງວິຊາສະເພາະລົງເຄື່ອນໄຫວຕິດຕາມລາດຕະເວນ ຢູ່ບັນດາເສັ້ນທາງຕາມຈຸດຫຼ່ໍແຫຼມຕ່າງໆ ແລະ ໄດ້ພົບເຫັນເປົ້າໝາຍຊື່ ທ້າວ ຄຸນຄັກ ອາຍຸ 37 ປີ ປະຊາຊົນຢູ່ບ້ານກີ້ວ ເມືອງ ແລະ ແຂວງຜົ້ງສາລີ.

ຈາກນັ້ນ, ກໍໄດ້ເຂົ້າກັກຕົວຜູ້ກ່ຽວຢູ່ເຮືອນພີ່ນ້ອງ ບ້ານໂພນແກ້ວ ເມືອງ ແລະ ແຂວງຜົ້ງສາລີ ມາສອບສວນ, ເຊິ່ງຜູ້ກ່ຽວກໍໄດ້ຮັບສາລະພາບວ່າ ຕົນເອງເປັນຄົນລັກແທ້. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ດໍາເນີນຄະດີ ແລະ ນຳເອົາລົດຄັນດັ່ງກ່າວ ມາມອບຄືນໃຫ້ເຈົ້າຂອງເດີມ.