ໃນວັນທີ 15 ເມສາ, ກຳລັງພະແນກສູ້ຮົບ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ນຳພາກຳລັງມາປະສານສົມທົບກັບ ກອງພັນປ້ອງເຄື່ອນທີ່ ນະຄອນຫຼວງວຽງຈັນ ອອກເຄື່ອນໄຫວກວດກາລາດຕະເວນວດກາຄວາມເປັນລະບຽບຮຽບຮ້ອຍ ໃນຕົວເມືອງນະຄອນຫຼວງວຽງຈັນ ໄລຍະການຫຼິ້ນບຸນປີໃໝ່ລາວ ສາມາດກັກລັດຈັກດັດແປງສະພາບໄດ້ຈໍານວນ 3 ຄັນ ພ້ອມຂອງກາງຢາບ້າຈຳນວນໜຶ່ງ.

ຮອ ສຸລິຍະ ສິດທະວົງ ວິຊາການພະແນກສູ້ຮົບ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ການປະຕິບັດໜ້າທີ່ຂອງກໍາລັງພວກເຮົາ ໃນວັນທີ 15 ເມສາ 2022 ແມ່ນໄດ້ແບ່ງກໍາລັງອອກເປັນ 2 ພາກສ່ວນ ຄື: ພາກສ່ວນທີ 1 ແມ່ນອອກກວດກາລາດຕະເວນຮ່ວມກັບ ກຳລັງປ້ອງກັນເຄື່ອນທີ່ ປກສ ນວ ແລະ ພາກສ່ວນທີ 2 ແມ່ນຕິດຕາມສະພາບການຢູ່ 5 ຕົວເມືອງ ຄື: ເມືອງຈັນທະບູລີ, ສີສັດຕະນາກ, ສີໂຄດຕະບອງ, ໄຊເສດຖາ ແລະ ເມືອງໄຊທານີ. ໃນນີ້, ກວດພົບຜູ້ຂັບຂີ່ລົດຈັກດັດແປງສະພາບເຕັກນິກ ຢູ່ບໍລິເວນຮ້ານເກມ ເຂດຂົວທາງລົດໄຟ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຳນວນ 3 ຄັນ ຈຶ່ງໄດ້ເຂົ້າກວດຄົ້ນພົບຂອງກາງຢາບ້າຈຳນວນໜຶ່ງ ແລະ ໄດ້ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ໃນໄລຍະການປະຕິບັດໜ້າທີ່ຮັກສາຄວາມສະຫງົບ ໂອກາດບຸນປີໃຫມ່ລາວ, ນາຍ ແລະ ພົນທະຫານ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຕາມການມອບໝາຍດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດລ້ອນໜ້າທີ່ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ຈະສືບຕໍ່ປະຕິບັດໜ້າທີ່ ໂດຍສະເພາະແມ່ນອອກເຄື່ອນໄຫວລາດຕະເວນຮ່ວມກັບ ກຳລັງປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ເພື່ອຄວາມເປັນລະບຽບຮຽບຮ້ອຍ.