ເພື່ອເປັນການສະກັດກັ້ນ ແລະ ແກ້ໄຂບັນຫາການເກີດອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງ ໃນຊ່ວງໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຊີ້ນໍາ-ນໍາພາກຳລັງຕໍາຫຼວດຈະລາຈອນແຕ່ລະເມືອງ ລົງຕັ້ງຈຸດກວດກາຕອນກາງເວັນ ແລະ ກາງຄືນ ຢູ່ຕາມເສັ້ນທາງທົ່ວນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 11-17 ເມສາ 2022 ທັງໝົດມີ 8 ຈຸດ ແລະ ຕັ້ງຈຸດກວດກາກາງຄືນເພີ່ມອີກ 3 ຈຸດ ພົບເຫັນຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ທັງໝົດ 2.166 ຄົນ ຍິງ 562  ຄົນ.

ພັທ ສັງຄົມ ຍົມມະລາດ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນວ ກ່າວວ່າ:

ໃນຊ່ວງໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565, ພວກເຮົາໄດ້ລົງຕັ້ງຈຸດກວດກາຕອນກາງເວັນ ແລະ ກາງຄືນ ທົ່ວນະຄອນຫຼວງວຽງຈັນ ທັງໝົດ 8 ຈຸດ ແລະ ໄດ້ຕັ້ງຈຸດກວດກາກາງຄືນເພີ່ມອີກ 3 ຈຸດ ຄື:

  • ພະແນກຕຳຫຼວດຈະລາຈອນ ມີຈຸດເສັ້ນທາງ 13 ໃຕ້ ຫຼັກ 16 ແລະ ຈຸດເສັ້ນທາງ ເມືອງສັງທາງ ເຂດບ້ານອ່າງໃຫຍ່
  • ກອງຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ຢູ່ເສັ້ນທາງ 13 ເໜືອ ເຂດບ້ານໜອງບຶກ
  • ກອງຕໍາຫຼວດຈະລາຈອນ ເມືອງໄຊທານີ ຢູ່ເສັ້ນທາງເລກ 10 ເຂດ ບ້ານໂພນໄຮ່ຄໍາ
  • ກອງຕໍາຫຼວດຈະລາຈອນ ເມືອງປາກງື່ມ ຢູ່ເສັ້ນທາງເລກ 13 ໃຕ້ ເຂດບ້ານສົມສະຫວາດ
  • ກອງຕໍາຫຼວດຈະລາຈອນ ເມືອງສັງທອງ ຢູ່ເສັ້ນທາເລກ 11 ເຂດບ້ານປາກຕອນ
  • ກອງຕໍາຫຼວດຈະລາຈອນ ເມືອງຫາດຊາຍຟອງ ຢູ່ໜ້າສວນວັດທະນະທຳ
  • ກອງຕໍາຫຼວດຈະລາຈອນ ເມືອງສີສັດຕະນາກ ຢູ່ຖະໜົນກໍາແພງເມືອງ ເຂດບ້ານດອນກອຍ
  • ກອງຕໍາຫຼວດຈະລາຈອນ ເມືອງສີໂຄດຕະບອງ ຢູ່ເສັ້ນທາງເຕ່ 2 ໜ້າສວນສີໂຄດ
  • ກອງຕໍາຫຼວດຈະລາຈອນເມືອງຈັນທະບູລີ ຢູ່ເສັ້ນທາງເຂດບ້ານທົ່ງຕູມ
  • ກອງຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ທາງ 450 ປີ ຢູ່ເສັ້ນທາງເຂດບ້ານນາຄວາຍ

ຜ່ານການຈັດຕັ້ງປະຕິບັດ ພົບເຫັນຜູ້ລະເມີດກົດລະບຽບຈະລາຈອນ ທັງໜົດ 2.166 ຄົນ ຍິງ 562 ຄົນ, ສຶກສາອົບຮົມໄດ້ 928 ຄົນ ຍິງ 346 ຄົນ, ຂຽນໃບສັ່ງທັງໝົດ 154 ໃບ, ກັກເອກະສານລົດ 154 ໃບ.

+ ເຈົ້າໜ້າທີ່ປະຈໍາປ້ອມ ມີ 60 ປ້ອມ ພົບເຫັນຜູ້ລະເມີດທັງໜົດ 156 ຄົນ ຍິງ 53 ຄົນ, ສຶກສາອົບຮົມ 147 ຄົນ ຍິງ 52 ຄົນ, ຂຽນໃບສັ່ງ 9 ຄົນ ຍິງ 1 ຄົນ.

+ ອອກກວດກາຈັດລະບຽບຕາມເສັ້ນທາງ, ສະຖານທີ່ຊຸມຊົນ ລວມທັງໜົດ 21 ຄັ້ງ ພົບເຫັນຜູ້ລ່ວງລະເມີດທັງໜົດ 251 ຄົນ ຍິງ 56 ຄົນ, ສຶກສາອົບຮົມ 239 ຄົນ ຍິງ 56 ຄົນ, ຂຽນໃບສັ່ງ 12 ຄົນ.

+ ອອກກວດກາການສັນຈອນກາງເວັນ ແລະ ກາງຄືນ ທັງໜົດມີ 64 ຄັ້ງ ພົບເຫັນຜູ້ລະເມີດທັງໜົດ 1.384 ຄົນ ຍິງ 372 ຄົນ, ສຶກສາອົບຮົມ 1.315 ຄົນ ຍິງ 366 ຄົນ, ຂຽນໃບສັ່ງ 69 ຄົນ.

+ ອອກກວດກາຈັບຄວາມໄວທັງໜົດ 7 ຄັ້ງ ຈັບຄວາມໄວເກີນ 370 ຄັນ, ສຶກສາອົບຮົມກ່າວເຕືອນ 306 ຄົນ ຍິງ 69 ຄົນ, ຂຽນໃບສັ່ງ 64 ຄົນ.

+ ກວດກາທາດເຫຼົ້າ 18 ຄົນ ຍິງ 1 ຄົນ, ເກີນ 0,24 ມິລີກຣາມ 5 ຄົນ, ບໍ່ເກີນ 13 ຄົນ.

ກໍລະນີການລ່ວງລະເມີດຂອງຜູ້ຂັບຂີ່ ປະກອບມີ:

  • ຜູ້ຂັບຂີ່ບໍ່ມີໃບຂັບຂີ່ 385 ຄົນ
  • ບໍ່ໃສ່ໜວກກັນກະທົບ 465 ຄົນ
  • ຄວາມໄວເກີນ 370 ຄົນ
  • ບໍ່ຖືໃບຂັບຂີ່ 209 ຄົນ
  • ບໍ່ຖືທະບຽນ 153 ຄົນ
  • ທະບຽນໝົດກຳນົດ 130 ຄັນ
  • ບໍ່ກວດກາເຕັກນິກ 122 ຄັນ
  • ຈອດປ້າຍຫ້າມ 113 ຄັນ
  • ໃບຂັບຂີ່ໝົດກຳນົດ 92 ຄົນ
  • ລ່ວງປ້າຍຫ້າມ 78 ຄັນ
  • ໄຟຕາບໍ່ມີ 11 ຄັນ
  • ລົມໂທລະສັບ 2 ຄົນ
  • ບໍ່ມີທະບຽນ 25 ຄົນ
  • ລ່ວງໄຟອໍານາດ 35 ຄັນ
  • ບໍ່ຕິດປ້າຍ 22 ຄັນ
  • ຕ່າງເຄື່ອງເກີນ 3 ຄັນ
  • ຕ່າງເຄື່ອງສູງເກີນ 3 ຄັນ
  • ປ້າຍຂາດ 3 ຄັນ
  • ບໍ່ມີໃບອະນຸຍາດແລ່ນລົດ 5 ຄັນ
  • ຕ່າງຄົນເກີນກຳນົດ 4 ຄັນ
  • ບໍ່ເສຍຄ່າທາງ 35 ຄັນ
  • ບໍ່ປົກຜ້າບັດ 2 ຄັນ
  • ຂີ່ຊ້ອນສາມ 7 ຄັນ
  • ບໍ່ໃສ່ແວ່ນແຍງຂ້າງ 5 ຄັນ
  • ດື່ມສິ່ງມືນເມົາ 5 ຄົນ

ສະເພາະອຸບັດຕິເຫດໃນຊ່ວງໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2565 ຢູ່ ນວ ມີອຸບັດຕິເຫດເກີດຂຶ້ນທັງໝົດ 45 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 25 ຄັນ, ສົມຄວນ 60 ຄັນ, ໃຊ້ການບໍ່ໄດ້ 2 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 21 ຄົນ, ສົມຄວນ 33 ຄົນ, ສາຫັດ 18 ຄົນ ແລະ ເສຍຊີວິດ 8 ຄົນ.

ສຳລັບເມືອງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ ແມ່ນ ເມືອງໄຊທານີ ເກີດຂຶ້ນ 12 ຄັ້ງ, ເມືອງສີສັດຕະນາກ ເກີດຂຶ້ນ 7 ຄັ້ງ, ເມືອງໄຊເສດຖາ ແລະ ເມືອງຈັນທະບູລີ ເກີດຂຶ້ນເມືອງລະ 6 ຄັ້ງ, ເມືອງຫາດຊາຍຟອງ ແລະ ເມືອງສີໂຄຕະບອງ ເກີດຂຶ້ນເມືອງລະ 5 ຄັ້ງ, ເມືອງນາຊາຍ ແລະ ເມືອງປາກງື່ມ ເກີດຂຶ້ນເມືອງລະ 2 ຄັ້ງ, ສ່ວນເມືອງສັງທອງບໍ່ມີອຸບັດຕິເຫດເກີດຂຶ້ນ.

ສະເພາະຄະດີອຸບັດຕິເຫດທີ່ພົ້ນເດັ່ນ ມີ 2 ເລື່ອງ (ຕຳບໍ່ຈອດ) ຄື: ໃນວັນທີ 14 ເມສາ 2022, ເກີດອຸບັດຕິເຫດຕໍາຄົນຍ່າງບໍ່ຈອດ ເສຍຊິວິດ 1 ຄົນ ຊື່ ທ້າວ ເຮີທ່າວ ໂດຍເຫດການດັ່ງກ່າວເກີດຢູ່ເສັ້ນທາງໂຄກສະອາດ ເຂດບ້ານສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ວັນທີ 16 ເມສາ 2022, ເກີດອຸບັດຕິເຫດຕຳຄົນຍ່າງບໍ່ຈອດ ເສຍຊິວິດ 1 ຄົນ ຊື່ ນາງ ດວນ ເຊິ່ງເຫດການດັ່ງກ່າວເກີດຢູ່ເສັ້ນທາງເລກ 10 ເຂດບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ.