ໃນເດືອນມີນາຜ່ານມາ, ໂຄງການລົດໄຟ ລາວ-ຈີນ ສາມາດສົ່ງສິນຄ້າໄດ້ທັງໝົດ 1.250.000 ກວ່າໂຕນ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຄາດວ່າໃນເດືອນເມສານີ້ ຈະຂົນສົ່ງສິນຄ້າໄດ້ບໍ່ຫຼຸດ 200.000 ໂຕນ.

ທ່ານ ວົງທອງ ສຸພັນທອງ ວິສະວະກອນເອກ ບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ສໍາພາດວ່າ:

ນັບແຕ່ເລີ່ມເປີດໃຫ້ບໍລິການແລ່ນລົດໄຟ ລາວ-ຈີນ ເປັນຕົ້ນມາ ການຂົນສົ່ງສິນຄ້າມີຈໍານວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຜ່ານມາເລີ່ມເປີດສະຖານີຂົນສົ່ງສິນຄ້າພຽງແຕ່ນະຄອນຫຼວງວຽງຈັນ, ນາເຕີຍ ແຂວງຫຼວງນໍ້າທາ, ຫຼວງພະບາງ ແລະ ວັງວຽງ. ປັດຈຸບັນ ໄດ້ເປີດເພີ່ມອີກຢູ່ເມືອງໄຊ ແຂວງອຸດົມໄຊ ແລະ ເມືອງກາສີ ແຂວງວຽງຈັນ; ເຊິ່ງການຂົນສົ່ງສິນຄ້າຜ່ານທາງລົດໄຟ ລາວ-ຈີນ ສ່ວນຫຼາຍແມ່ນປະເພດແຮ່ເຫຼັກ, ຢາງພາລາ ແລະອື່ນໆ. ສ່ວນສິນຄ້າກະສິກໍາພືດຜັກຕ່າງໆ ຄາດວ່າປະມານເດືອນກໍລະກົດປີນີ້ ຈຶ່ງຈະສາມາດຂົນສົ່ງໄດ້ເນື່ອງຈາກສູນກັກກັນພືດທາງເບື້ອງບໍ່ຫານຂອງຈີນ ຍັງບໍ່ມີຄວາມພ້ອມເທື່ອ.

ໂຄງການລົດໄຟ ລາວ-ຈີນ ໄດ້ສ້າງຄວາມສະດວກສະບາຍໃນການຂົນສົ່ງສິນຄ້າ ແລະ ບໍລິການປະຊາຊົນ ເຊິ່ງໃນເດືອນມີນາຜ່ານມານີ້ ສາມາດຂົນສົ່ງສິນຄ້າໄດ້ທັງໝົດ 1.250.000 ກວ່າໂຕນ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ຄາດວ່າພາຍໃນເດືອນເມສານີ້ຈະຂົນສົ່ງສິນຄ້າໄດ້ບໍ່ຫຼຸດ 200.000 ໂຕນ.

ປັດຈຸບັນ, ໂຄງການລົດໄຟ ລາວ-ຈີນ ພວມຄັດເລືອກການຂາຍປີ້ລົດໄຟ ລາວ-ຈີນ ໂດຍຜ່ານທາງລະບົບອອນລາຍໃຫ້ເໝາະສົມກັບສະພາບເງື່ອນໄຂຂອງປະເທດເຮົາ ເພາະຜ່ານມາມີຫາງສຽງຈົ່ມວ່າຈາກສັງຄົມກ່ຽວກັບການຊື້ປີ້ ມີຄວາມຫຍຸ້ງຍາກຫຼາຍ. ສະນັ້ນ, ໃນຕໍ່ໜ້າ ທາງໂຄງການຈະໄດ້ເລັ່ງປັບປຸງໃນດ້ານນີ້ໃຫ້ສະດວກສະບາຍ ເພື່ອຮັບໃຊ້ການທ່ອງທ່ຽວໃນອະນາຄົດ.