ພັທ ນີວັນ ຈູມມະນີວົງ ຫົວໜ້າພະແນກຕຳຫຼວດຈະລາຈອນ ແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 11-17 ເມສາ 2022, ໃນທົ່ວແຂວງສະຫວັນນະເຂດ ມີອຸບັດເຫດເກີດຂຶ້ນທັງໝົດ 22 ຄັ້ງ, ມີຜູ້ໄດ້ຮັບບາດຈັບ 35 ຄົນ, ໃນນັ້ນບາດເຈັບເລັກນ້ອຍ 12 ຄົນ, ບາດເຈັບສົມຄວນ 19 ຄົນ ແລະ ບາດເຈັບສາຫົດ 4 ຄົນ, ເສຍຊີວິດ 3 ຄົນ.

ອຸບັດເຫດສ່ວນໃຫຍ່ ແມ່ນເກີດຈາກລົດຈັກ, ສາເຫດຂອງການເກີດອຸບັດເຫດ ແມ່ນແລ່ນລົດໄວ, ດື່ມສິ່ງມຶນເມົາ, ອຸບັດເຫດເກີດຂຶ້ນຢູ່ນະຄອນໄກສອນພົມວິຫານ ຈຳນວນ 9 ຄັ້ງ, ເສຍຊີວິດ 1 ຄົນ (ຕຳດອນກາງທາງ), ເມືອງສອງຄອນ 4 ຄັ້ງ, ມີຜູ້ເສຍຊີວິດ 1 ຄົນ (ລົ້ມເອງ), ເມືອງທ່າປາງທອງ 1 ຄັ້ງ, ເມືອງໄຊພູທອງ 1 ຄັ້ງ, ເມືອງພະລານໄຊ 1 ຄັ້ງ, ເສຍຊີວິດ 1 ຄົນ (ລົ້ມເອງ), ເມືອງພີນ 1 ຄັ້ງ, ເມືອງເຊໂປນ 2 ຄັ້ງ ແລະ ເມືອງວິລະບູລີ 2 ຄັ້ງ.

ສຳລັບ 3 ວັນຂອງມື້ປີໃໝ່ (14-16 ເມສາ 2022) ໄດ້ມີອຸບັດເຫດເກີດຂຶ້ນທັງໝົດ 13 ຄັ້ງ, ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 8 ຄົນ, ບາດເຈັບສົມຄວນ 12 ຄົນ, ບາດເຈັບສາຫັດ 1 ຄົນ ແລະ ເສຍຊີວິດ 2 ຄົນ. ໃນນັ້ນF ອຸບັດເຫດເກີດຂຶ້ນຢູ່ນະຄອນໄກສອນພົມວິຫານ 4 ຄັ້ງ, ເມືອງສອງຄອນ 3 ຄັ້ງ, ເສຍຊີວິດ 1 ຄົນ, ເມືອງພະລານໄຊ 1 ຄັ້ງ, ເສຍຊີວິດ 1 ຄົນ, ເມືອງພີນ 1 ຄັ້ງ, ເມືອງເຊໂປນ 1 ຄັ້ງ, ເມືອງວິລະບູລີ 2 ຄັ້ງ ແລະ ເມືອງນອງ 1 ຄັ້ງ.

ທັງນີ້, ເມື່ອສົມທຽບໃສ່ປີຜ່ານມາ ເຫັນວ່າ ໃນປີນີ້ອຸບັດຕິເຫດຫຼຸດລົງ, ເຊິ່ງໃນ 3 ວັນຂອງປີໃໝ່ 2021 (14-16 ເມສາ 2021) ໄດ້ມີອຸບັດຕິເຫດເກີດຂຶ້ນຕາມທ້ອງຖະໜົນຫຼວງທັງໝົດ 24 ຄັ້ງ, ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 26 ຄົນ, ໄດ້ຮັບບາດເຈັບສົມຄວນ 12 ຄົນ, ໄດ້ຮັບບາດເຈັບສາຫັດ 5 ຄົນ ແລະ ມີຜູ້ເສຍຊີວິດ 3 ຄົນ.