ວັນທີ 1 ພຶດສາພາ ຂອງທຸກໆປີ ແມ່ນວັນກໍາມະກອນສາກົນ, ເຊິ່ງເປັນວັນພັກຜ່ອນຂອງຊາວຜູ້ອອກແຮງງານໃນທົ່ວໂລກ; ລາວເຮົາກໍເຊັ່ນດຽວກັນການນໍາພັກ-ລັດ ໄດ້ອອກແຈ້ງການໃຫ້ພະນັກງານລັດ-ເອກະຊົນ ແລະ ຊາວຜູ້ອອກແຮງງານຢຸດພັກຜ່ອນການເຮັດວຽກງານຂອງຕົນ ແລະ ທີ່ຂາດບໍ່ໄດ້ເຊື່ອວ່າປະຊາຊົນຈໍານວນບໍ່ໜ້ອຍໄດ້ຕັ້ງວົງຊຸມແຊວສ້າງສັນ ເພື່ອສະຫຼອງວັນດັ່ງກ່າວ; ຫຼັງຈາກສະຫຼອງແລ້ວມີບາງຄົນດື່ມ ສິ່ງມືນເມົາແລ້ວຂັບຂີ່ຍານພາຫະນະສົ່ງຜົນເຮັດໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຕາມມາສະແດງອອກໃນວັນທີ 1 ພຶດສາພາ 2022 ທົ່ວປະເທດມີອຸບັດຕິເຫດ ເກີດ ຂຶ້ນ 19 ຄັ້ງ ແລະ ຜູ້ເສຍຊີວິດ 3 ຄົນ.

ອິງຕາມບົດລາຍງານອຸບັດຕິເຫດປະຈໍາວັນທີ 1 ພຶດສະພາ 2022, ຂອງກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ວັນທີິ 1 ພຶດສະພາ 2022, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 19 ຄັ້ງ, ພາຫະນະເປ່ເພທັງໝົດ 33 ຄັນ, ຄົນໄດ້ຮັບບາດເຈັບ ທັງໝົດ 44 ຄົນ ແລະ ເສຍຊີວິດທັງໝົດ 3 ຄົນ ຍິງ 1 ຄົນ; ແຂວງທີ່ເກີດອຸບັດຕິເຫດ ແລະ ມີຄົນເສຍຊີວິດປະກອບມີ: ນະຄອນຫຼວງວຽງຈັນ ເກີດຂຶ້ນ 7 ຄັ້ງ ເສຍຊີວິດ 2 ຄົນ; ໃນນີ້, ເກີດຈາກລົດຈັກເສຍຫຼັກລົ້ມເອງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ເກີດຈາກລົດຈັກຕໍາກັບລົດຍົນ ສົ່ງຜົນເຮັດໃຫ້ຜູ້ ຂັບຂີ່ລົດຈັກເສຍຊີວິດ 1 ຄົນ; ແຂວງບໍລິຄໍາໄຊ ເກີດຂຶ້ນ 3 ຄັ້ງ ເສຍຊີວິດ 1 ຄົນ; ໃນນີ້, ເກີດຈາກລົດຍົນຂັບຂີ່ມາດ້ວຍຄວາມໄວຕໍາກັບລົດຈັກແລ້ວເສຍຫຼັກຕໍາເອົາຄົນຍ່າງຢູ່ຂ້າງທາງສົ່ງຜົນເຮັດໃຫ້ຄົນຍ່າງເສຍຊີວິດ 1 ຄົນ.

ສ່ວນແຂວງອື່ນໆທີ່ເກີດອຸບັດຕິເຫດ ແຕ່ບໍ່ມີຜູ້ເສຍຊີວິດປະກອບມີ: ແຂວງຫຼວງນໍ້າທາ ມີອຸບັດຕິເຫດເກີດຂຶ້ນ 3 ຄັ້ງ, ແຂວງສະຫວັນນະເຂດ ເກີດຂຶ້ນ 2 ຄັ້ງ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງຈໍາປາສັກ ແລະ ແຂວງອັດຕະປື ເກີດຂຶ້ນແຂວງລະ 1 ຄັ້ງ.