ຂ່າວຕ່າງປະເທດລາຍງານໃນວັນທີ 25 ມີນາ ທີ່ຜ່ານມາວ່າ: ອົດສະຕຣາລີ ໄດ້ເປີດຖ້ຽວບິນ ໄປຫາປະເທດອັງກິດ ໂດຍກົງຖ້ຽວທຳອິດ ໃນວັນທີ 25 ມີນາ ເປັນຖ້ຽວບິນຂອງສາຍການບິນ ແຄວນຕັດ ເສັ້ນທາງບິນຈາກເມືອງ ເພີດ ທາງຕາເວັນຕົກຂອງອົດສະຕຣາລີ ຫານະຄອນຫຼວງລອນດອນ ຂອງອັງກິດ ຫຼຸດເວລາເດີນທາງລົງປະມານ 3 ຊົ່ວໂມງ ເພາະບໍ່ມີການຢຸດພັກ.

ເຈົ້າໜ້າທີ່ສາຍການແຄວນຕັດ ເປີດເຜີຍວ່າ: ເຮືອບິນໂບອິ້ງ 787-9 ດຣີມໄລເນີ ໃຊ້ເວລາທັງໝົດ 17 ຊົ່ວໂມງ ໃນການບິນ ເປັນໄລຍະທາງ 14.484 ກິໂລ ແມັດ ຖືເປັນຖ້ຽວບິນໄກເປັນອັນດັບສອງຂອງໂລກ ຮອງຈາກທ່ຽວ ບິນຂອງສາຍການບິນກາຕາ ແອເວ ເສັ້ນທາງບິນຈາກນະຄອນຫຼວງ ໂດຮາ ຂອງກາຕາ ໄປຫາເມືອງ ອັອກແລນ ຂອງນິວຊີແລນ ທີ່ມີໄລຍະທາງ 14.529 ກິໂລແມັດ; ທ່ານ ອະລັນ ຈອຍ ປະທານເຈົ້າໜ້າທີ່ບໍລິຫານແຄວນຕັນ ກ່າວເປີດຖ້ຽວບິນ ໃນວັນທີ 25 ມີນາ ທີ່ຜ່ານມາວ່າ: ເປັນຖ້ຽວບິນປະຫວັດສາດເພາະເປັນຄັ້ງທຳອິດທີ່  ອົດສະຕຣາ ລີ ແລະ ເອີຣົບ ຈະມີທຖ້ຽວບິນໂດຍກົງທີ່ບໍ່ແວະພັກເລີຍ ຈາກເກົ່າທີ່ຈະແວະພັກຢູ່ສິງກະໂປ ຫຼື ຕາເວັນອອກກາງ ແລະ ແຄວນຕັນ ກຽມຈະເປີດຖ້ຽວບິນ ໂດຍຕົງຈາກຝັ່ງຕາເວັນອອກຂອງອົດສະຕຣາລີ ໄປອັງກິດ ໃນອີກ 2-3 ປີຂ້າງໜ້າ.

ທ່ານ ສະຕີເຟນ ຊຽວໂບ ລັດຖະມົນຕີການທ່ອງທ່ຽວອົດສະຕຣາລີ ກ່າວວ່າ: ແຕ່ລະປີມີ ຊາວ ອັງກິດ ມາທ່ອງທ່ຽວ ອົດສະຕຣາລີ ປະມານ 730.000 ຄົນ, ຖ້ຽວບິນໂດຍກົງນີ້ຈະເປັນປະໂຫຍດຕໍ່ລັດເວສເທີນ ອົດສະຕຣາລີ ເພາະທີ່ ຜ່ານມາມັກຖືກເບິ່ງຂ້າມເນື່ອງຈາກຄົນສົນໃຈທ່ອງທ່ຽວຝັ່ງຕາເວັນອອກຫຼາຍກວ່າ.