ຫຼາຍຄົນອາດຄິດບໍ່ເຖິງວ່າການໃຊ້ເຄື່ອງໃຊ້ຮ່ວມກັນ ເຊັ່ນ:  ຫຼອດທໍ່ດູດຮ່ວມກັນ, ໃຊ້ບ່ວງ ຫຼື ດື່ມນໍ້າຈອກດຽວກັນ ກັບໝູ່ເພື່ອນ ຈະນຳພະຍາດຕິດຕໍ່ທາງນໍ້າລາຍມາໄດ້ຫຼາຍພະຍາດ ແລະບາງພະຍາດກໍອາດເປັນອັນຕະລາຍເຖິງຊີ ວິດໄດ້, ເຊິ່ງເລື່ອງນີ້ຄວນລະວັງໃຫ້ດີ ໂດຍສະເພາະຢ່າໃຊ້ທໍ່ດູດຮ່ວມກັນກັບໃຜ ເພາະເຮົາບໍ່ຮູ້ວ່າເຂົາເຈົ້າ ຫຼື ເຮົາ ອາດ ມີເຊື້ອພະຍາດບາງຢ່າງຢູ່ໃນຕົວ. ສະນັ້ນ, ເຮົາຄວນປ້ອງກັນໄວ້ດີກວ່າ ແລະ ສຳລັບພະຍາດທີ່ສ່ຽງຕິດຕໍ່ທາງນ້ຳລາຍ ມີດັ່ງນີ້.

  1. ໄຂ້ຫວັດ: ເປັນພະຍາດທີ່ຕິດຕໍ່ໄດ້ງ່າຍ ພຽງແຕ່ຢູ່ໃກ້ກັບຄົນເປັນຫວັດ ຫຼື ດື່ມນໍ້າຈອກດຽວກັນ ແລະ ໃຊ້ທໍ່ດູດ ຮ່ວມກັນ ເຮົາກໍສາມາດຮັບເຊື້ອໄຂ້ຫວັດເຂົ້າສູ່ຮ່າງກາຍໄດ້.
  2. ຄໍອັກເສບ: ເປັນພະຍາດໜຶ່ງທີ່ພົບໄດ້ຕະຫຼອດ ຖ້າຫາກເຮົາໃຊ້ທໍ່ດູດ ຫຼື ດື່ມນໍ້າຈອກ ດຽວກັນກັບຄົນທີ່ມີເຊື້ອ ແບັກທີເຣຍ ກຣຸບເອ ສະເຕຣບໂຕຄອກຄັດ ໃນນໍ້າລາຍ ຫຼື ອາດເປື້ອນ ຈາກນໍ້າມູກ ຫຼື ຂີ້ກະເທິ, ເຊິ່ງຖ້າເຮົາໄດ້ ຮັບເຊື້ອ ເຂົ້າສູ່ຮ່າງກາຍຈະເປັນໄຂ້ຂຶ້ນສູງ, ເຈັບຫົວ, ໜາວ, ເບື່ອອາຫານ ແລະ ເຈັບຄໍຫຼາຍຂຶ້ນ.

3. ໄວຣັດຕັບອັກເສບ: ເຊິ່ງມີຫຼາຍສາຍພັນ ມີທັງໄວຣັດຕັບອັກເສບເອ, ບີ, ຊີ ໄປຈົນຮອດໄວຣັດຕັບອັກເສບຈີ ແຕ່ໄວຣັດຕັບທີ່ຕິດຕໍ່ກັນໄດ້ທາງອາຫານ ແລະ ເຄື່ອງດື່ມແມ່ນໄວຣັດຕັບອັກເສບເອ ແລະ ອີ, ເຊິ່ງຖ້າເປັນພະ ຍາດນີ້ຈະມີອາການເປັນໄຂ້, ຕົວຮ້ອນ, ເບື່ອອາຫານ, ເຈັບຫົວ, ປວດຮາກ, ເຈັບທ້ອງ, ນໍ້າປັດສະວະ ເລີ່ມມີສີ ເຫຼືືອງເຂັ້ມ ແລະ ຕົນຕົວເຫຼືອງ.

4. ຄໍຕີບ: ຈະມີອາການໄຂ້ເລັກໜ້ອຍ, ເຈັບຄໍ ແລະ ເບື່ອອາຫານ, ຖ້າມີອາການນີ້ ອາດ ເປັນພະຍາດຄໍຕີບເຊິ່ງ ມີອາການໄອສຽງດັງ, ກືລຳບາກ, ເຊິ່ງພະຍາດນີ້ສາມາດແຜ່ສູ່ຄົນອື່ນດ້ວຍການໄອ, ຈາມ, ການໃຊ້ເຄື່ອງຮ່ວມກັນ ຫຼື ສຳຜັດກັບຂີ້ກະເທິຂອງຄົນທີ່ເປັນພະຍາດນີ້.

5. ເຍື່ອຫຸ້ມສະໝອງອັກເສບ: ພະຍາດນີ້ ຖ້າຫາກວ່າຮ້າຍແຮງອາດຈະເຖິງຂັ້ນຫູໜວກ, ຕາບອດ, ແລະ ເປັນອຳມະ ພາດ ຈົນເຖິງຂັ້ນເສຍຊີວິດໄດ້, ຖ້າຫາກເຮົາໄປສຳຜັດ ແລະ ໃຊ້ເຄື່ອງໃຊ້ຮ່ວມກັນກັບຄົນເປັນພະຍາດເຊັ່ນ: ທໍ່ ດູດ, ຈອກນໍ້າ, ບ່ວງ, ເຊິ່ງພະຍາດນີ້ເກີດຈາກການຕິດເຊື້ອແບັກທີເຣຍ, ໄວຮັດ ແລະ ເຊື້ອຣາເມື່ອ ຕິດເຊື້ອຈະມີ ໄຂ້ຂຶ້ນ ສູງ, ເຈັບຫົວ, ເຈັບຄໍ, ປວດຮາກ. ຖ້າປິ່ນປົວບໍ່ທັນຈະມີອາການຮຸນແຮງດັ່ງທີ່ບອກໄວ້ຂ້າງເທິງນັ້ນ.