ຫ້ອງການ ປກສ ກຸ່ມ 8 ບ້ານເວີນໄຊ ເມືອງໂພນທອງ ແຂວງຈຳປາສັກ ຈັດກອງປະຊຸມຜັນຂະຫຍາຍວາລະຂອງເມືອງວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ໂຄສະນາເຜີຍແຜ່ກ່ຽວກັບຜົນຮ້າຍຂອງຢາເສບຕິດ ຢູ່ທີ່ສະໂມສອນ ໂຮງຮຽນ ມຕ ເວີນໄຊ, ເປັນປະທານໂດຍ ທ່ານ ລຳໄມ ຈັນທິລາດ ປະທານກຸ່ມ 8, ມີ ພັທ ພູຂົງ ວົງເຮືອງສີ ຮອງກອງບັນຊາການ ປກສ ເມືອງໂພນທອງ ແລະ ພັທ ວິໄລສຸກ ແກ້ວຜາດີ ຫົວໜ້າ ປກສ ກຸ່ມ 8, ມີບັນດາ ປກສ ກຸ່ມ 8, ພະນັກງານວິຊາການ, ເລຂາພັກບ້ານ, ນາຍບ້ານ, ອໍານາດການປົກຄອງບ້ານ ຕະຫຼອດຮອດ ພະນັກງານຄູ-ອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມ.

ໃນພິທີ ພັທ ພູຂົງ ວົງເຮືອງສີ ໄດ້ຂຶ້ນເຜີຍແຜ່ວາລະຂອງເມືອງ ແລະ ໂຄສະນາກ່ຽວກັບຜົນຮ້າຍຢາເສບ, ຂໍ້ຫ້າມຂອງບຸກຄົນການຈັດຕັ້ງ ແລະ ມາດຕະການທາງອາຍາຕໍ່ຜູ້ກະທຳຜິດກ່ຽວກັບຢາເສບຕິດ, ຢາເສບຕິດປະເພດເກືອດຫ້າມທຸກຊະນິດ ລ້ວນແລ້ວແຕ່ເປັນອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ ເຮັດໃຫ້ບົດບາດກຽດສັກສີ ແລະ ອະນາຄົດຂອງຕົນຕົກຕໍ່າ, ສະໝອງຖືກທຳລາຍກາຍເປັນບ້າ, ເສຍຈິດ, ໃຊ້ຄວາມຮຸນແຮງທຳລາຍຊີວິດຂອງຕົນເອງ ແລະ ຜູ້ອື່ນໆ.

ສໍາລັບມາດຕະການທາງອາຍາຕໍ່ຜູ້ລະເມີດກ່ຽວກັບຢາເສບຕິດ, ຜົນຮ້າຍຕໍ່ຜູ້ຜະລິດ, ປຸງແຕ່ງຊື້-ຂາຍ, ຈຳໜ່າຍຄອບຄອງ, ເກັບຮັກສາ, ນຳເຂົ້າສົ່ງ-ອອກ ຈະຕ້ອງຖືກດຳເນີນຄະດີ ແລະ ລົງໂທດຕາມກົດໝາຍ.

ຜົນຮ້າຍຕໍ່ຄອບຄົວ ແລະ ຜູ້ຕິດຢາເສບຕິດ ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ ເຮັດໃຫ້ຄອບຄົວເກີດມີຄວາມວຸ້ນວາຍແຕກແຍກເສຍຊື່ສຽງຄອບຄົວ, ທຳລາຍສຸຂະພາບ, ຊີວິດ ແລະ ຊັບສິນ.

ຜົນຮ້າຍຕໍ່ສັງຄົມ, ຜູ້ຕິດຢາເສບຕິດ ກໍ່ໃຫ້ເກີດມີປະກົດການຫໍ້ຍທໍ້ ແລະ ກໍ່ອາຊະຍາກຳທຳລາຍ ແລະ ຂົ່ມຄູ່ຄວາມສະຫງົບສຸກ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ ແລະ ຜົນຮ້າຍຕໍ່ປະເທດຊາດ ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດຕໍ່ປະຊາຊົນ ເປັນຕົ້ນ ຊາວໝຸ່ມ, ເຍົາວະຊົນທີ່ເປັນອະນາຄົດຂອງຊາດ.

ໃນກອງປະຊຸມ, ທ່ານ ລຳໄມ ຈັນທິລາດ ໄດ້ເນັ້ນໃຫ້ເອົາໃຈໃສ່ປະຕິບັດຕາມວາລະຂອງເມືອງວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢ່າງເຂັ້ມແຂງ ແລະ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ພໍ່-ແມ່ປະຊາຊົນ ແລະ ອຳນາດການປົກຄອງບ້ານໃນທົ່ວກຸ່ມ 8 ຕ້ອງສຸມໃສ່ແກ້ໄຂພື້ນທີ່ທີ່ມີຄວາມສ່ຽງ, ຊອກຮູ້ເປົ້າໝາຍຜະລິດຂົນສົ່ງຄ້າຂາຍລາຍໃຫຍ່ ແລະ ລາຍຍ່ອຍ, ເອົາໃຈໃສ່ຂຶ້ນບັນຊີກຸ່ມເປົ້າໝາຍເສບຢາເສບຕິດ ໃຫ້ມີຄວາມຊັດເຈນ, ພື້ນຟູປິ່ນປົວຜູ້ຕິດຢາເສບຕິດໃຫ້ຫາຍຂາດ ແລະ ບໍ່ກັບໄປເສບອີກ, ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍບອງພັກ-ລັດ ແລະ ລະບຽບກົດໝາຍຂອງລັດໃຫ້ທົ່ວເຖິງ ເພື່ອຮັບປະກັນໃຫ້ບັນຫາຢາເສບຕິດຫຼຸດໜ້ອຍຖອຍລົງ.