ໃນວັນທີ 31 ພຶດສະພາ 2022, ຫ້ອງວ່າການສຳນັກງານປະທານ ປະເທດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນ ການປີ 2022, ເປັນປະທານໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ເຂົ້າຮ່ວມໂດຍທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີບັນດາຄະນະພັກ-ຄະນະນຳ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານເພັດສະໝອນ ພັນທະວົງ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ຫສປທ ໄດ້ເຮັດສຳເລັດວຽກງານຫຼາຍດ້ານ ຄະນະພັກ-ຄະນະນໍາແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານການເມືອງ-ແນວຄິດເປັນປົກກະຕິ ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງ ທີ IX ເຂົ້າສູ່ວຽກງານຕົວຈິງຕິດ ພັນກັບຂະບວນການແຂ່ງຂັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ ຮັກຊາດ ແລະ ພັດທະນາ ”.

ນອກນັ້ນ, ຍັງໄດ້ເຜີຍແຜ່ມະຕິ, ຄໍາສັ່ງ, ແຈ້ງການ ແລະ ປາຖະກະ ຖາເອກະສານສໍາຄັນຕ່າງໆໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເພື່ອຮັບຮູ້, ກໍາແໜ້ນ ແລະ ເຊື່ອມຊຶມເຮັດໃຫ້ພະນັກງານ-ລັດຖະກອນພາຍໃນ ຫສປທ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ເອົາໃຈໃສ່ສືບຕໍ່ຍົກສູງສະຕິລະວັງຕົວ, ປະຕິບັດຕາມຄໍາສັ່ງ ກໍຄືມາດຕະການຕ່າງໆທີ່ຂັ້ນເທິງ ແລະ ຄະນະສະເພາະກິດຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ວາງອອກ ແຕ່ລະໄລຍະ; ວຽກງານບໍລິ ຫານໄດ້ຮັບເອກະສານຂາເຂົ້າຈາກບັນດາກະຊວງ-ອົງການທຽບເທົ່າ ແລະ ທ້ອງຖິ່ນ ຈໍານວນ 4.216 ສະບັບ, ສົ່ງອອກເອກະສານທັງໝົດຈໍານວນ 554 ສະບັບ; ຈໍ້າກາໃສ່ລັດຖະດໍາລັດປະທານປະເທດ ວ່າດ້ວຍການປະກາດໃຊ້ກົດໝາຍ ແລະ ວ່າດ້ວຍການຍ້ອງຍໍປະເພດຕ່າງໆຈໍານວນ 230 ສະ ບັບ, ໄດ້ກະກຽມ ຄວາມພ້ອມທາງດ້ານສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກ ຕ່າງໆ ໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະ ນະຜູ້ແທນຕ່າງປະເທດ ຈໍານວນ 9 ຄັ້ງ; ວຽກງານນິຕິກໍາໄດ້ຮັບຄໍາ ຮ້ອງ ຈໍານວນ 107 ສະບັບ, ເປັນເຈົ້າພາບຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບກົດໝາຍ, ອອກລັດຖະດໍາລັດຮ່ວມກັບພາກສ່ວນກ່ຽວຂ້ອງກ່ອນນໍາສະເໜີປະທານປະເທດ ປະກາດ ໃຊ້ຈໍານວນ 12 ຄັ້ງ, ໄດ້ກວດຜ່ານເນື້ອໃນ ແລະ ຈັດພິມຮ່າງລັດຖະດໍາລັດຂອງປະທານປະເທດ ພ້ອມນໍາສະເໜີຂໍລົງລາຍເຊັນໃສ່ລັດຖະດໍາລັດຕົກ ລົງຍ້ອງຍໍປະເພດຫຼຽນໄຊໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ທັງພາຍໃນ ແລະ ຕ່າງປະເທດ ຈໍານວນ 168 ສະ ບັບ, ມີຫຼຽນໄຊຕ່າງໆຈໍານວນ 8.976 ໜ່ວຍ ແລະ ຂໍລາຍເຊັນ, ຊື່ແຈ້ງ ແລະ ຕາປະທັບແຫ້ງຂອງປະທານປະເທດໃບຍັ້ງຢືນຫຼຽນໄຊປະເພດຕ່າງໆ ຈໍານວນ 7.313 ໃບ ແລະ ວຽກງານອື່ນໆກໍມີຜົນສຳເລັດ.

ສ່ວນທິດທາງແຜນການ ປີ 2022, ຫສປທ ຈະເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ວຽກງານບໍລິຫານ, ວຽກງານນິຕິກໍາ, ວຽກງານຄົ້ນຄວ້າສັງລວມ, ວຽກງານພົວພັນຕ່າງປະເທດວຽກງານປັບປຸງການຈັດຕັ້ງ, ນະໂຍບາຍ ແລະ ບໍາລຸງກໍ່ສ້າງໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.