ພົນລະເມືອງດີໄປຫາເກັບເຫັດ ໄດ້ພົບເຫັນສິ່ງຂອງທີ່ຖີ້ມໄວ້ແຄມທາງຄ້າຍຄືຢາເສບຕິດ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ໃຫ້ກວດກາ, ຜ່ານການກວດກາ ຈຶ່ງພົບເຫັນຢາເສບຕິດ ປະເພດຢາບ້າ ຈໍານວນ 7 ແພັກ ແລະ 20 ຖົງນ້ອຍ, ເຈົ້າໜ້າທີ່ຈຶ່ງໄດ້ເກັບຢາ ແລະ ເລັ່ງຊອກຫາເຈົ້າຂອງດໍາເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ໃນວັນທີ 22 ພຶດສະພາ 2022, ເຈົ້າໜ້າທີ່ ປກສ ກຸ່ມດົງໂດກ ໄດ້ຮັບແຈ້ງມີພົນລະເມືອງດີໄປເກັບເຫັດ ຢູ່ປ່າເຂດບ້ານຫ້ວຍເຕີຍ ຫາ ດ່ານຊ້າງ ເມືອງໄຊທານີ ແລ້ວໄປພົບເຫັນວັດຖຸຄ້າຍຄືຢາບ້າຖືກຖິ້ມໄວ້ໃນປ່າຂ້າງເສັ້ນທາງໃຫຍ່ ລະຫວ່າງບ້ານຫ້ວຍເຕີຍ ຫາ ບ້ານໂນນສະອາດ.

ຫຼັງຈາກໄດ້ຮັບແຈ້ງຈາກ ປກສ ກຸ່ມ, ກອງບັນຊາການ ປກສ ເມືອງ ຈຶ່ງໄດ້ແຕ່ງຕັ້ງພະນັກງານໜ່ວຍງານ 303 ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງກວດກາສະຖານທີ່ເກີດເຫດຕົວຈິງ ຈຶ່ງພົບເຫັນຢາບ້າຈຳນວນ 7 ແພັກ ແລະ 20 ຖົງນ້ອຍ ຈໍານວນ 46.000 ເມັດ ຖືກຖິ້ມໄວ້ຢູ່ປ່າຂ້າງເສັ້ນທາງໃຫຍ່ລະຫວ່າງ ບ້ານດ່ານຊ້າງ ຫາ ບ້ານໂນນສະອາດ ຕາມທີ່ພົນລະເມືອງດີແຈ້ງ; ຈຶ່ງໄດ້ເຮັດບົດບັນທຶກແລ້ວເກັບກູ້ຂຶ້ນມາຮັກສາໄວ້ ຢູ່ທີ່ ປກສ ເມືອງໄຊທານີ ແລະ ເລັ່ງສືບສວນຫາເຈົ້າຂອງຢາເສບຕິດຈຳນວນດັ່ງກ່າວ ມາຮັບໂທດຕາມລະບຽບກົດໝາຍ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 29 ພຶດສະພາ 2022 ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ສາມາດກັກຕົວ ນາງ ລຸນ ອາຍຸ 30 ປີ ຢູ່ບ້ານອຸດົມຜົນ ກວດພົບຂອງກາງຢາບ້າ 10 ເມັດ ແລະ ທ້າວ ໂຍ ອາຍຸ 29 ປີ ຢູ່ບ້ານໂນນແຕ້ ແລ້ວໄດ້ສອບສວນຂະຫຍາຍຜົນນຳໄປສູ່ການກັກຕົວ ທ້າວ ໂອໄດ ອາຍຸ 36 ປີ ຢູ່ບ້ານອຸດົມຜົນ ແລະ ໄດ້ຊັດທອດຫາ ທ້າວ ຄອນ ອາຍຸ 22 ປີ.

ດັ່ງນັ້ນ, ທາງ ປກສ ກຸ່ມ ຈຶ່ງໄດ້ລົງສົມທົບກັບບ້ານ ກັກຕົວຜູ້ກ່ຽວພ້ອມຂອງກາງຢາບ້າ ຈໍານວນ 38 ຖົງກັບ 140 ເມັດ. ໃນການແກ້ໄຂຢາເສບຕິດຄັ້ງນີ້ ເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນ ຍິງ 1 ຄົນ ແລະ ຂອງກາງຢາບ້າທັງໝົດ 7.750 ເມັດ ແລະ ເງິນ 800.000 ກີບ.