ໃນວັນທີ 30 ພຶດສະພາ 2022, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳຫຼັກແຫຼ່ງແຂວງຫຼວງນໍ້າທາ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງໆຫຼວງນໍ້າທາ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງຂອງແຂວງ.

ໃນໂອກາດນີ້, ທ່ານເຈົ້າແຂວງໆຫຼວງນໍ້າທາ ໄດ້ກ່າວສະແດງຄວາມຂໍ່ານັບຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 4 ເດືອນ ຂອງຕົ້ນປີ 2022ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຫັນວ່າ ຜົນສຳເລັດອັນພົ້ນເດັ່ນແມ່ນພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງກັບແນວທາງນະໂຍບາຍຂອງພັກ ພ້ອມທັງຫັນເປັນແຜນການ, ແຜນງານ, ໂຄງການອັນລະອຽດຂອງແຕ່ລະຂະແໜງການ, ທ້ອງຖິ່ນ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ບັນລຸຜົນເປັນຈິງ; ການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ; ການປະເມີນປະຕິບັດວຽກງານ 3 ສ້າງ ແລະ ກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ໄດ້ຫັນພະນັກງານລົງໄປປະຈໍາຢູ່ບັນດາກຸ່ມບ້ານ, ບ້ານ ແລະ ຈຸດທີ່ມີຄວາມຈໍາເປັນ ເພື່ອແນໃສ່ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.

ປັດຈຸບັນ, ທົ່ວແຂວງມີພະນັກງານກໍ່ສ້າງຮາກ ຖານ 434 ຄົນ, ໄດ້ສຳເລັດການປະເມີນຄືນ ມາດຕະຖານພັດທະນາຕາມດຳລັດ348/ລບ,ທົ່ວແຂວງມີເມືອງພົ້ນທຸກ 2 ເມືອງ (ເມືອງຫຼວງນໍ້າທາ ແລະ ເມືອງສິງ), ບ້ານພົ້ນທຸກ ກວມ 31,4%,ຄອບຄົວພົ້ນທຸກກວມ 83,8%;ບ້ານພັດທະນາ ກວມ 36,5%,ຄອບຄົວພັດທະນາ ກວມ 66,1%; ວຽກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງມີຄວາມຍາວທັງໝົດ 16,9 ກມ, ປະກອບມີ 2ສະຖານີ ຄື: ສະຖານີບໍ່ເຕ່ນ ແລະ ນາເຕີຍ,ປັດຈຸບັນທັງສອງສະຖານີແມ່ນໄດ້ເປີດນໍຳໃຊ້ເປັນທາງການໝົດແລ້ວ, ຊຶ່ງມີຜູ້ໂດຍສານມາໃຊ້ບໍລິການ ສະເລ່ຍ200 ຄົນ/ວັນ;ການປະຕິບັດ 2 ວາລະແຫ່ງຊາດ ໄດ້ສ້າງແຜນຜັນຂະຫຍາຍໃຫ້ມີຄາດໝາຍສູ້ຊົນ, ທິດທາງລວມ, ໜ້າວຽກຈຸດສຸມຂອງແຂວງ, ຂະແໜງການ, ເມືອງ, ພາກທຸລະກິດ ແລະ ພາກສັງຄົມ ມີຄວາມຄືບໜ້າດີ; ສໍາລັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການກະກຽມຂັ້ນແຂວງ ແລະ ອານຸກໍາມະການຊ່ວຍວຽກ ເພື່ອກໍານົດບັນດາກິດຈະກໍາ ພ້ອມທັງສ້າງເປັນແຜນການເຄື່ອນໄຫວໃນແຕ່ໄລຍະຢ່າງລະ ອຽດ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ ຕໍ່ອົງການປົກຄອງແຂວງຫຼວງນໍ້າທາ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສຳເລັດອັນພົ້ນເດັ່ນ ທີ່ແຂວງຫຼວງນໍ້າທາ ສາມາດປະຕິບັດໄດ້ ຕະຫຼອດໄລຍະທີ່ຜ່ານມາ, ​ພ້ອມທັງຍົກໃຫ້ເຫັນສະພາບ ການພົ້ນເດັ່ນ ທັງພາຍໃນ ແລະ ຕ່າງປະເທດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເປັນເອກະພາບ.ອັນສຳຄັນ, ທ່ານຮອງນາຍົກລັດຖະ ມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ພະນັກງານຫຼັກແຫຼ່ງພາຍໃນແຂວງເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານເພື່ອຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ບົນພື້ນຖານແກ້ໄຂວຽກງານໃຫ້ໄດ້ຫຼາຍ, ຖືກຕ້ອງຕາມກົດໝາຍ, ປະຢັດງົບປະມານແລະປະຢັດເວລາ ທັງໃຫ້ມີລັກສະນະສົ່ງເສີມໃຫ້ມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານຢ່າງຖືກຕ້ອງ ແລະ ເປັນຂະບວນການຢ່າງຟົດຟື້ນ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ເປັນຮູບປະທຳ,ສູ້ຊົນເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້ ໂດຍນຳໃຊ້ທຸກນະໂຍບາຍ, ວິທີທາງໃນພາຍໃຕ້ເງື່ອນໄຂ ແລະ ທ່າແຮງໃນປັດຈຸບັນ.

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ເດີນທາງໄປເຮັດວຽກຢູ່ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ; ເຂົ້າຮ່ວມພິທີມອບ-ຮັບ ໂຄງການ​ກໍ່ສ້າງບ້ານຈັດສັນ ໃຫ້ແກ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈໍານວນ 3 ແຂວງ (ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ) ຕື່ມອີກ.

ການລົງເຮັດວຽກຂອງທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະຄັ້ງນີ້ ແມ່ນເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຢູ່ທ້ອງຖິ່ນ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້, ທັງແມ່ນຄວາມເປັນຫ່ວງເປັນໄຍຂອງສູນກາງພັກ ແລະ ລັດຖະບານ  ຕໍ່ການປະຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ, ທັນສະໄໝ, ສັງຄົມມີຄວາມສາມັກຄີປອງດອງ, ສີວິໄລ ແລະ ຍຸຕິທຳ ຢ່າງແທ້ຈິງ.

ພາບ ແລະ ຂ່າວ ກົມປະຊາສໍາພັນ