ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບເງິນອຸດໜູນເສຍຊີວິດເທື່ອດຽວ ໃຫ້ພະນັກງານບຳນານເສຍອົງຄະ ແລະ ຄູ່ສົມລົດ ໃນວັນທີ 27 ພຶດສະພາ ຜ່ານມາ, ເປັນປະທານໂດຍ ພັທ ບຸນແປງ ສຸນີໄຊ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີບັນດາພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍຄອບຄົວຜູ້ເສຍຊີວິດ ເຂົ້າຮ່ວມ.

ພັທ ໂພໄຊ ແກ້ວມະນີ ຫົວໜ້າພະແນກປະກັນສັງຄົມ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 54/ສພຊ, ລົງວັນທີ 27 ມິຖຸນາ 2018 ສະບັບປັບປຸງ ວ່າດ້ວຍ ກົດໝາຍປະກັນສັງຄົມ, ອີງຕາມຄຳສັ່ງແນະນຳຂອງ ກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ປະກັນສັງຄົມ ໃນກອງທັບປະຊາຊົນລາວ ວ່າ:

ການມອບເງິນອຸດໜູນເສຍຊີວິດເທື່ອດຽວໃນຄັ້ງນີ້ ແມ່ນມີຈຳນວນທັງໝົດ 20 ສະຫາຍ ລວມເປັນເງິນທັງໝົດ 1.507.455.323 ກີບ.

ພັທ ບຸນແປງ ສຸນີໄຊ ໄດ້ຂຶ້ນມອບເງິນຈຳນວນດັ່ງກ່າວໃຫ້ແຕ່ລະຄອບຄົວຢ່າງສົມກຽດ ພ້ອມທັງໄດ້ມີຄໍາເຫັນຕໍ່ຄອບຄົວທີ່ມາຮັບເງິນອຸດໜູນຄັ້ງນີ້ ຈົ່ງພ້ອມກັນນຳເອົາເງິນໄປໝູນໃຊ້ເຂົ້າໃນການພັດທະນາຄອບຄົວຂອງຕົນ ແບບມີຫົວຄິດຢ່າງຖືກຕ້ອງ ແລະ ໃຫ້ເກີດປະໂຫຍດອັນລໍ້າຄ່າທີ່ສຸດ ເພື່ອແນໃສ່ເຮັດໃຫ້ຄອບຄົວຂອງຕົນມີຊີວິດທີ່ດີໃນອະນາຄົດ ແລະ ໃຫ້ເປັນຄອບຄົວທີ່ມີຄວາມສົມບູນພູນສຸກຕະຫຼອດໄປ.