ວັນທີ 4 ມິຖຸນາ 2022, ເຈົ້າໜ້າທີ່ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ພ້ອມຂອງກາງຢາບ້າ 12.000.000 ກວ່າເມັດ ແລະ ຈັບຜູ້ຖືກຫາໄດ້ 2 ຄົນ ຄື:

  • ທ້າວ ຕູ່ມົງ ຢ່າງ ອາຍຸ 30 ປີ ຢູ່ບ້ານໄຊອຸດົມ ເມືອງຜາອຸດົມ ແຂວງບໍ່ແກ້ວ
  • ທ້າວ ພົມມາ ອາຍຸ 29 ປີ ຢູ່ບ້ານນາເຕີຍ ເມືອງ ແລະ ແຂວງຫຼວງນ້ຳທາ

ເຄື່ອງຂອງກາງຄະດີນີ້ ລວມມີຢາບ້າ ຈໍານວນ 6.000 ມັດ ເທົ່າກັບ 12.000.000 ເມັດ, ນ້ຳໜັກ 1.440 ກິໂລກຼາມ, ລົດບັນທຸກ 6 ລໍ້ນ້ອຍ, ສີຂາວ ເລກທະບຽນ ບຄ 5063 ກໍາແພງນະຄອນ, ລົດກະບະຣີໂວ້ ສີຂາວ ທະບຽນ ກລ 3307 ກໍາແພງນະຄອນ, ປືນສັ້ນ 9 ມມ 1 ກະບອກ ພ້ອມລູກປືນ 1 ລູກ ແລະ ໂທລະສັບ 3 ເຄື່ອງ.

+ ຜ່ານການສອບສວນ ທ້າວ ຕູ່ມົງ ຢ່າງ ສາລະພາບວ່າ:

ໄດ້ຮັບຂົນຢາເສບຕິດໃຫ້ ທ້າວ ໄມ່ ຢູ່ບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ໂດຍໄດ້ຮັບຄ່າຈ້າງ 400 ບາດຕໍ່ມັດ, ມີຢາບ້າທັງໝົດ 6.000 ມັດ ລວມເປັນເງິນ ຄ່າຈ້າງ 2.400.000 ບາດ.

ຫຼັງຈາກຮັບຢາເສບຕິດມາແລ້ວ, ກໍໄດ້ຈ້າງ ທ້າວ ພົມມາ ຂົນສົ່ງຢາແຕ່ ເມືອງຕົ້ນເຜິ້ງ ລົງໄປ ນະຄອນຫຼວງວຽງຈັນ ໂດຍໃຫ້ຄ່າຈ້າງຜູ້ກ່ຽວ 200.000 ບາດ.

ການຂົນສົ່ງຢາເສບຕິດໃນຄັ້ງນີ້ ໄດ້ນໍາໃຊ້ລົດ ຈໍານວນ 3 ຄັນ ຄື:

  • ລົດ 6 ລໍ້ ຍີ້ຫໍ້ FOTON ທະບຽນ ບຄ 5063 ກໍາແພງນະຄອນ ຂົນຢາເສບຕິດ
  • ລົດກະບະຣີໂວ້ ປ້າຍທະບຽນ ກລ 3307 ກໍາແພງນະຄອນ ເປັນລົດຂົນຢາເສບຕິດ
  • ລົດຈັກເວບ 1 ຄັນ ໃຊ້ເປັນລົດຂັບຂີ່ນຳໜ້າເປີດທາງຕິດຕາມການເຄື່ອນໄຫວຂອງເຈົ້າໜ້າທີ່