ໃນວັນທີ 6 ມິຖຸນາ 2022 ເວລາປະມານ 21:30 ໂມງ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ຕັ້ງຈຸດກວດປ້ອມປາກສັງ ບ້ານທ່ານາສາ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ກວດກາລົດກະບະຣີໂວ້ສີຂາວ ເລກທະບຽນ ຮວ 9994 ກໍາແພງນະຄອນ ທີ່ກໍາລັງຂັບຂີ່ມາທາງທິດເໜືອ ມຸ່ງໜ້າເຂົ້າພື້ນທີ່ເມືອງສັງທອງ ແລະ ເມື່ອກວດກາເອກະສານ ເຈົ້າຂອງລົດຕອບວ່າ: ລົດຕິດໄຟແນ້ນ ບໍ່ມີເອກະສານໃດໆ ແຕ່ເຈົ້າໜ້າທີ່ເກີດຄວາມສົງໄສ ຈຶ່ງບອກໃຫ້ຜູ້ຂັບຂີ່ເອົາແວ່ນດ້ານຫຼັງລົງ ສັງເກດເຫັນເປົາສີດຳ 1 ໜ່ວຍ ມີຜ້າແພສີຟ້າປົກໄວ້ ຈຶ່ງຖາມຜູ້ຂັບຂີ່ ແຕ່ພວກກ່ຽວໄດ້ເລັ່ງຂັບລົດຫຼົບໜີໄປ.

+ ຮອ ອານົງສັກ ພຸດທະວົງ ຫົວໜ້າໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສັງທອງ ໃຫ້ຮູ້ວ່າ:

ພາຍຫຼັງທີ່ໄດ້ຮັບຂໍ້ມູນຈຶ່ງລາຍງານຜູ້ບັນຊາ ແລະ ປະສານທຸກເລົ່າຮົບວິຊາສະເພາະ ກຳລັງປ້ອງກັນຄວາມສະຫງົບເມືອງ ອອກສະກັດລັດ, ຮອດເວລາປະມານ 7:30 ໂມງຂອງມື້ຕໍ່ມາ ຈຶ່ງພົບເຫັນລົດກະບະຄັນດັ່ງກ່າວຈອດປະໄວ້ຢູ່ພື້ນທີ່ບ້ານນາຫອຍ ກ່ອນທຳການກວດຄົ້ນພົບເຫັນກະແຈປະໄວ້ຢູ່ຕີນລົດ ພາຍໃນລົດມີເອກະສານຈໍານວນໜຶ່ງ ແລະ ຢາບ້າຈຳນວນ 16 ເມັດ.

ຫຼັງຈາກນັ້ນ, ເວລາຕໍ່ມາປະມານ 17:00 ໂມງຂອງວັນດຽວກັນ ໄດ້ຮັບແຈ້ງຈາກພົນລະເມືອງດີ ຜ່ານທາງໂທລະສັບ ວ່າ: ພົບເຫັນ ທ້າວ ດາວເຮືອງ ອາຍຸ 40 ປີ ຢູ່ບ້ານໂຄກແຫ້ ເມືອງສັງທອງ ລາກເອົາເປົາສີດຳທີ່ຢູ່ແຄມທາງເຂົ້າໄປໃນປ່າ ຫ່າງຈາກທາງປະມານ 4 ແມັດ.

+ ພາຍຫຼັງໄດ້ຮັບແຈ້ງຄວາມ ຈຶ່ງໄດ້ນໍາຕົວຜູ້ກ່ຽວໄປສອບສວນ ແລະ ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ:

ເປົາສີດຳທີ່ພົບເຫັນ ແລ້ວລາກອອກຈາກແຄມທາງໄປຊຸກເຊື່ອງໄວ້ໃນປ່ານັ້ນ ເບື້ອງຕົ້ນຕົນໄດ້ເອົາມີດປາດເບິ່ງຈຶ່ງຮູ້ວ່າແມ່ນຢາບ້າ ລວມມີ 42 ແພັກ ຫຼື 126 ມັດ ຫຼື 252.000 ເມັດ, ຕົນຈຶ່ງໄດ້ແບ່ງອອກເປັນສາມພູດ ແລ້ວເອົາໄປຊຸກເຊື່ອງໄວ້ຢູ່ນາ ເຂດບ້ານອ່າງນ້ອຍ ແລະ ຊຸກເຊື່ອງໄວ້ແຄມທາງລະຫວ່າງ ບ້ານໂຄກແຫ້ ຫາ ບ້ານເພຍລາດ.

ຕໍ່ກັບຂອງກາງດັ່ງກ່າວ, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສັງທອງ ໄດ້ເກັບກູ້ມາຮັກໄວ້ເປັນຂອງກາງໃນການດຳເນີນຄະດີ.