ໃນວັນທີ 6 ມິຖຸນາ 2022, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ລົງປະຕິບັດໜ້າທີ່ຢູ່ກຸ່ມບ້ານພັນຊໍາ ພໍເມືອຮອດຈຸດສົ້ນຂົວຫ້ວຍສະໜອງລະຫວ່າງກາງ ບ້ານພຽງດ້າຍ ຫາ ບ້ານສົບແກ້ມ ກູ່ມພັນຊໍາ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ພົບເຫັນຜູ້ຖືກສົງໄສ ຈຳນວນ 3 ຄົນ ພ້ອມຢາບ້າ 6.130 ເມັດ ແລະ ຢາຝິ່ນ ຈໍານວນ 1 ກ້ອນ ກັບ 1 ຫໍ່ ນໍ້າໜັກ 7,7 ກຼາມ.

ເຈົ້າໜ້າທີ່ ໃຫ້ຂໍ້ມູນວ່າ: ໄດ້ພົບເຫັນຜູ້ຖືກສົງໄສ ຈຶ່ງໄດ້ເຂົ້າກວດຄົ້ນ ທ້າວ ຈື່ເນັ່ງ ອາຍຸ 22 ປີ ຢູ່ບ້ານ ແລະ ເມືອງກວັນ ແຂວງຫົວພັນ ແລະ ນາງ ປໍເຢ້ ອາຍຸ 24 ປີ ຢູ່ບ້ານດ່ານໄຊ ເມືອງວຽງໄຊ ແຂວງຫົວພັນ, ຜ່ານການກວດກາໄດ້ພົບເຫັນຢາບ້າ ຈໍານວນ 6.000 ເມັດ ແລະ ຢາຝິ່ນຈໍານວນ 1 ກ້ອນ ນ້ໍາໜັກ 2,4 ກຼາມ, ເງິນ 5.000.000 ກີບ, ໂທລະສັບມືຖື 2 ໜ່ວຍ, ລົດຈັກ 2 ຄັນ.

ຈາກນັ້ນ, ຕໍ່ມາໃນເວລາ 14:00 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ແລະ ປກສ ເມືອງກວັນ ພ້ອມອໍານາດການປົກຄອງບ້ານ ເຂົ້າກວດຄົ້ນເຮືອນຂອງ ທ້າວ ກ້າຍິ່ງມົວ ອາຍຸ 50 ປີ ຢູ່ບ້ານ ແລະ ເມືອງກວັນ ພໍ່ຂອງທ້າວ ຈື່ເນັ່ງ ພົບເຫັນຢາບ້າ ຈໍານວນ 130 ເມັດ ແລະ ຢາຝິ່ນ 1 ຫໍ່ ນ້ໍາໜັກ 5,3 ກຼາມ, ເງິນຈໍານວນ 750.000 ກີບ ທີ່ຊຸກເຊື່ອງໄວ້ຢູ່ພື້ນເຮືອນຂອງຜູ້ກ່ຽວ ເຈົ້າໜ້າທີ່ຈຶ່ງຄວບຄຸມຕົວມາດໍາເນີນຄະດີ.