ກອງບັນຊາການ ປກສ ແຂວງອັດຕະປື ໄດ້ເຊື່ອມຊຶມເອກະສານສໍາຄັນຂອງພັກ-ຂອງຊາດ ໃນວັນທີ 10 ມິຖຸນາ 2022, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັອ ສີເວີນ ແກ້ວສີວົງສາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ ເມືອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

+ ສະຫາຍ ພັອ ສີເວີນ ແກ້ວສີວົງສາ ກ່າວວ່າ:

ການເຊື່ອມຊຶມເອກະສານຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມປີຊາສາມາດຂອງຜູ້ນຳພັກ-ລັດຂອງພວກເຮົາ ທີ່ໄດ້ຕໍ່ສູ້ກູ້ຊາດຍາດເອົາຄວາມເປັນເອກະລາດມາສູ່ປະຊາຊົນບັນດາເຜົ່າ ໃນເມື່ອກ່ອນ, ຄວາມພິລະອາດຫານໃນການຜ່າວົງປິດລ້ອມຂອງສັດຕູ, ມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ລາວ-ຫວຽດ.

+ ເອກະສານທີ່ນໍາມາເຊື່ອມຊຶມ ມີຄື:

  • ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
  • ມະຕິ 206/ກມສພ ວ່າດ້ວຍ ການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່
  • ເອກະສານວິລະກຳໂຕນຄຸກຢ່າງມະຫາສະຈັນ ຂອງຜູ້ນຳພັກ ແລະ ຜູ້ນຳແນວລາວຮັກຊາດ
  • ເອກະສານຫວນຄືນມູນເຊື້ອ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ
  • ເອກະສານມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ລາວ-ຫວຽດນາມ
  • ຂໍ້ຕົກລົງ 677/ປກສ ວ່າດ້ວຍ ການກຳນົດຕຳແໜ່ງງານຂອງບັນດາກົມກອງ ແລະ ທ້ອງຖິ່ນ ໃນຖັນແຖວກຳລັງປ້ອງກັນຄວາມສະຫງົບ
  • ແຈ້ງການ 1497/ກມປສ ກ່ຽວກັບ ການປັບປຸງໂຄງຈັກການຈັດຕັ້ງ