ທີ່ນະຄອນຫຼວງນິວເດລີ ປະເທດອິນເດຍ ໃນວັນທີ 13 ມິຖຸນາ ທີ່ຜ່ານມາ, ກະຊວງຂ້ໍມູນຂ່າວສານ ແລະ ການກະຈາຍສຽງ ອິນເດຍ ໄດ້ມີຄຳສັ່ງແນະນຳບັນດາສື່ທຸກປະເພດ ໃຫ້ງົດການເຜີຍແຜ່ອອກອາກາດ ຫຼື ສະໜັບສະໜູນການໂຄສະນາກ່ຽວກັບ ການພະນັນອອນລາຍ ພາຍໃນປະເທດ ຫຼັງຈາກມີການໂຄສະນາດັ່ງກ່າວຈຳນວນຫຼາຍ ຜ່ານທາງສື່ສິ່ງພິມ, ສື່ເອເລັກໂຕຼນິກ, ສື່ສັງສົມ ແລະ ສື່ອອນລາຍ.

ຄຳແນະນຳລະບຸວ່າ: ການພະນັນເປັນສິ່ງຜິດກົດໝາຍ ໃນພື້ນທີ່ສ່ວນໃຫຍ່ຂອງອິນເດຍ, ກໍ່ໃຫ້ເກີດມີຄວາມສ່ຽງທາງດ້ານເງິນ, ເສດຖະກິດ ແລະ ສັງຄົມ ແກ່ຜູ້ບໍລິໂພກ ໂດຍສະເພາະ ເດັກນ້ອຍ ແລະ ເຍົາວະຊົນ; ເຊິ່ງການໂຄສະນາດັ່ງກ່າວ ມີສ່ວນສົ່ງເສີມກິດຈະກຳຖືກຫ້າມເຫຼົ່ານີ້, ທັງເປັນການຊີ້ນຳໄປໃນທາງທີ່ຜິດ ແລະ ບໍ່ສອດຄ່ອງກັບກົດໝາຍຫຼາຍມາດຕາຂອງປະເທດ.

ນອກນັ້ນ, ຄຳແນະນຳຍັງລະບຸອີກວ່າ: ສື່ອອນລາຍ ແລະ ສື່ສັງຄົມ ລວມທັງສື່ກາງ ແລະ ຜູ້ເຜີຍແຜ່ໂຄສະນາອອນລາຍ ບໍ່ຄວນສະແດງໂຄສະນາດັ່ງກ່າວໃນປະເທດອິນເດຍ ຫຼື ກຳນົດຜູ້ຊົມເປົ້າໝາຍເປັນຊາວອິນເດຍນຳອີກ.