ພຽງ 3 ວັນຜ່ານມາ, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 43 ຄັ້ງ, ມີຜູ້ເສຍຊີວິດ 10 ຄົນ; ໃນນີ້, ແຂວງທີ່ມີອຸບັດຕິເຫດເກີດຂຶ້ນ ແລະ ເສຍຊີວິດຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເກີດຂຶ້ນ 8 ຄັ້ງ ແລະ ເສຍຊີວິດ 7 ຄົນ.

ເຈົ້າໜ້າທີ່ ກົມຕໍາຫຼວດຈະລາຈອນ ລາຍງານໃຫ້ຮູ້ວ່າ:

ໃນໄລຍະວັນທີ 13-15 ມິຖຸນາ 2022, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 43 ຄັ້ງ, ພາຫະນະເປ່ເພທັງໝົດ 75 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 69 ຄົນ ແລະ ເສຍຊີວິດ 10 ຄົນ.

ແຂວງທີ່ເກີດອຸບັດຕິເຫດ ແລະ ມີຜູ້ເສຍຊີວິດ ມີຄື:

  • ນະຄອນຫຼວງວຽງຈັນ ເກີດຂຶ້ນ 8 ຄັ້ງ ເສຍຊີວິດ 7 ຄົນ
  • ແຂວງວຽງຈັນ ເກີດຂຶ້ນ  4 ຄັ້ງ ເສຍຊີວິດ 1 ຄົນ
  • ແຂວງອຸດົມໄຊ ເກີດຂຶ້ນ  3 ຄັ້ງ ເສຍຊີວິດ 1 ຄົນ
  • ແຂວງຊຽງຂວາງ ເກີດຂຶ້ນ  1 ຄັ້ງ ເສຍຊີວິດ 1 ຄົນ

ສ່ວນແຂວງທີ່ເກີດອຸບັດຕິເຫດຫຼາຍແຕ່ບໍ່ມີຄົນເສຍຊີວິດລວມມີ: ແຂວງບໍ່ແກ້ວ ເກີດຂຶ້ນ 5 ຄັ້ງ, ຫຼວງພະບາງ ເກີດຂຶ້ນ 4 ຄັ້ງ, ສະຫວັນນະເຂດ 3 ຄັ້ງ, ບໍລິຄໍາໄຊ ເກີດຂຶ້ນ 3 ຄັ້ງ, ຫຼວງນໍາທາ, ເຊກອງ, ສາລະວັນ, ອັດຕະປື ເກີດຂຶ້ນ ແຂວງລະ 2 ຄັ້ງ ແລະ ແຂວງອື່ນໆອີກ.