ນັກຮຽນຄົນລາວ ຈໍານວນ 66 ຄົນ ໄດ້ຜ່ານການສອບເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ ໃນວັນທີ 18 ມິຖຸນາ 2022, ເຮັດໃຫ້ນັກຮຽນຈໍານວນດັ່ງກ່າວກາຍເປັນຄົນລາວຊຸດທໍາອິດທີ່ເປັນຜູ້ຂັບລົດໄຟລາວ-ຈີນ ຢ່າງເປັນທາງການ.

ອີງຕາມຂໍ້ມູນຈາກ ບໍລິສັດ ລົດໄຟລາວ-ຈີນ ຈຳກັດ ທີ່ຮັບຜິດຊອບການຂົນສົ່ງລົດໄຟລາວ-ຈີນ ເບື້ອງຝ່າຍລາວ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາ 2021 ເປັນຕົ້ນມາ, ພະແນກການນຳໃຊ້ກວດກາ ແລະ ສ້ອມແປງລົດໄຟລາວ-ຈີນ ປະຈຳນະຄອນຫຼວງວຽງຈັນ ໄດ້ເລີ່ມສ້າງພະນັກງານທີ່ກ່ຽວຂ້ອງໄດ້ຢ່າງໄວວາ. ພາຍຫຼັງໄດ້ຮັບການອົບຮົມມາເປັນເວລາປະມານເຄິ່ງປີ, ນັກຮຽນຄົນລາວທັງ 66 ຄົນ ລ້ວນແຕ່ໄດ້ຜ່ານການສອບເສັງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ.

ບໍລິສັດ ລົດໄຟລາວ-ຈີນ ຈໍາກັດໃຫ້ຮູ້ຕື່ມວ່າ: ຜູ້ຊ່ວຍຂັບລົດໄຟລາວ-ຈີນ ຄົນລາວທັງ 66 ຄົນ ຈະໄປເຮັດວຽກໃນທຸກໜ້າທີ່ຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນ ເບື້ອງຢູ່ລາວ, ເຊິ່ງເບື້ອງຕົ້ນຈະເຮັດຂັບລົດໄຟຮ່ວມກັບຜູ້ຂັບລົດໄຟສັນຊາດຄົນຈີນ, ຫຼັງຈາກນັ້ນ, ໃນຕໍ່ໜ້າເມື່ອຊໍານານແລ້ວ ຄົນລາວຈະໄດ້ຂັບລົດໄຟດ້ວຍຕົນເອງ.

Source: Xinhua