ເວລາປະມານ 22:30 ໂມງ ຂອງວັນທີ 16 ມິຖຸນາ 2022, ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ສະກັດລົດຕ້ອງສົງໄສ 2 ຄັນ ທີ່ຂັບຂີ່ມານໍາກັນຢູ່ເສັ້ນທາງໄປດ່ານຊາຍແດນນໍ້າພາວ ແຕ່ລົດ 1 ຄັນ ບໍ່ຢຸດຈອດ ແລະ ໄດ້ຂັບຂີ່ລົບໜີໄປ, ເຈົ້າໜ້າທີ່ ຈຶ່ງໃຊ້ລົດໄລ່ຕິດຕາມ ພໍໄປຮອດເຂດບ້ານໜອງອໍ້ ເມືອງຄໍາເກີດ ລົດຄັນດັ່ງກ່າວໄດ້ຈອດປະໄວ້ຢູ່ແຄມທາງ ສ່ວນຜູ້ຂັບຂີ່ໄດ້ເອົາຕົວລົບໜີເຂົ້າປ່າ; ດັ່ງນັ້ນ, ເມື່ອ ເຈົ້າໜ້າທີ່ ກວດຄົ້ນລົດ ກໍພົບຂອງກາງຢາໄອສ໌ ຈຳນວນ 110 ກິໂລກຼາມ.

ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ:

” ພາຍຫຼັງໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີກຸ່ມຄົນຈໍານວນໜຶ່ງຢູ່ທີ່ເມືອງຄໍາເກີດ ແລະ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ຈະມີການເຄື່ອນໄຫວຂົນສົ່ງຢາເສບຕິດ ຢູ່ຂອບເຂດຊາຍແດນນໍ້າພາວ-ເກົາແຈ໋ວ “

ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ຈຶ່ງໄດ້ຈັດຕັ້ງກໍາລັງອອກເຄື່ອນໄຫວຕິດຕາມ, ກວດກາຢູ່ຕາມຈຸດຕ່າງໆຢ່າງເຂັ້ມງວດ. ພໍຮອດເວລາປະມານ 22:30 ໂມງ ຂອງວັນທີ 16 ມິຖຸນາ 2022 ໄດ້ພົບເຫັນລົດກະບະໂຕໂຍຕ້າຣີໂວ້ ໝາຍເລກທະບຽນ ກຂ 6639 ຄໍາມ່ວນ ແລະ ລົດເກັງໂຕໂຍຕ້າວິດ ໝາຍເລກທະບຽນ ກພ 1141 ກໍາແພງນະຄອນ ຂັບຂີ່ລົດມາແຕ່ບ້ານທົ່ງແປ ມຸ່ງໜ້າໄປດ່ານຊາຍແດນນໍ້າພາວ; ເຈົ້າໜ້າທີ່ ຈຶ່ງທໍາການສະກັດລັດລົດດັ່ງກ່າວເພື່ອກວດກາ ແຕ່ຄົນຂັບບໍ່ຈອດຈຶ່ງໄດ້ຂັບລົດຕິດຕາມໄປ, ພໍຮອດເຂດບ້ານໜອງອໍ້ ເມືອງຄໍາເກີດ ເຈົ້າຂອງລົດຣີໂວ້ໄດ້ຈອດລົດປະໄວ້ແລ້ວເອົາຕົວຫຼົບໜີ, ສ່ວນຄົນຂັບລົດເກັງໂຕໂຍຕ້າວິດ ຫຼົບໜີບໍ່ທັນ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມກັກລົດທັງສອງຄັນ. ຜ່ານການກວດຄົ້ນລົດທັງສອງຄັນ ພົບເຫັນຢາໄອສ໌ ຈໍານວນ 110 ຫໍ່ ນໍ້າໜັກ 110 ກິໂລກຼາມ ຊຸກເຊື່ອງໄວ້ໃນລົດກະບະໂຕໂຍຕ້າຣີໂວ້.

ຜ່ານການສອບສວນຈຶ່ງຮູ້ວ່າ ຄົນຂັບຂີ່ລົດເກັງໂຕໂຍຕ້າວິດ ຊື່ ທ້າວ ໄອ່ ອາຍຸ 27 ປີ ຢູ່ບ້ານໂພນແພງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ໂດຍຜູ້ກ່ຽວໄດ້ສາລະພາບວ່າ:

ໃນເດືອນມິຖຸນາ 2022, ຜູ້ກ່ຽວໄດ້ຮູ້ຈັກກັບເຈົ້າຂອງຢາ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ແລະ ໄດ້ແນະນໍາໃຫ້ຜູ້ກ່ຽວໄປຊອກຫາຄົນຮັບຈ້າງຂົນສົ່ງຢາໄອສ໌ ໄປຕາມປ່າຂອບເຂດຊາຍແດນນ້ຳພາວ ຂ້າມໄປຍັງປະເທດໃກ້ຄຽງ ແຕ່ຊອກຫາຄົນບໍ່ໄດ້.

ຮອດເວລາປະມານ 8:00 ໂມງ ຂອງວັນທີ 16 ມິຖຸນາ 2022, ມີໝູ່ຂອງເຈົ້າຂອງຢາອີກຄົນໂທຫາຜູ້ກ່ຽວ ໃຫ້ໄປກວດກາຕິດຕາມເສັ້ນທາງແຕ່ເທດສະບານເມືອງຄໍາເກີດ ຫາຊາຍແດນນໍ້າພາວ ວ່າມີກໍາລັງເຈົ້າໜ້າທີ່ຕັ້ງຈຸດກວດກາ ຫຼື ບໍ.

ຈາກນັ້ນ, ຮອດເວລາປະມານ 21:00 ໂມງ ຂອງວັນດຽວກັນ, ຜູ້ກ່ຽວໄດ້ຂັບຂີ່ລົດເກັງໂຕໂຍຕ້າວິດ ອອກຈາກເຮືອນທີ່ບ້ານໂພນແພງ ມຸ່ງໜ້າໄປຊາຍແດນນໍ້າພາວ-ເກົາແຈ໋ວ ໄດ້ພົບເຫັນເຈົ້າຂອງຢາ ແລະ ໝູ່ອີກ 1 ຄົນ ຂັບຂີ່ລົດໂຕໂຍຕາຣີໂວ້ ຈອດຖ້າຢູ່ແຄມທາງເຂດບ້ານທົ່ງແປ ແລ້ວກໍພາກັນຂັບຂີ່ລົດໄປຕາມເສັ້ນທາງດັ່ງກ່າວ.

ພໍຮອດເຂດບ້ານໜອງອໍ້ ເມືອງຄໍາເກີດ ໄດ້ມີເຈົ້າໜ້າທີ່ຕໍາຫຼວດລັດລົດເພື່ອກວດກາ ຜູ້ກ່ຽວໄດ້ຈອດລົດ, ສ່ວນເຈົ້າຂອງຢາທີ່ຂັບລົດມາອີກຄັນ ໄດ້ຂັບຂີ່ລົດຫຼົບໜີເຂົ້າໄປໃນເຂດແຫຼ່ງທ່ອງທ່ຽວບໍ່ນໍ້າອຸ່ນ ເຂດບ້ານໜອງອໍ້ ແລ້ວຈອດລົດປະໄວ້ ແລະ ໄດ້ເອົາຕົວຫຼົບໜີເຂົ້າປ່າ; ຈາກນັ້ນ, ເຈົ້າໜ້້າທີ່ຕໍາຫຼວດ ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມກວດຄົ້ນລົດທັງສອງຄັນ ຈຶ່ງພົບເຫັນຢາໄອສ໌ ຈໍານວນ 110 ຫໍ່ ນໍ້າໜັກ 110 ກິໂລກຼາມ ທີ່ຊຸກເຊື່ອງໄວ້ໃນລົດກະບະຣີໂວ້.

ປັດຈຸບັນ, ກຳລັງເລັ່ງສອບສວນຂະຫຍາຍຜົນ ແລະ ກໍາລັງຕິດຕາມຈັບພັກພວກຮ່ວມຂະບວນການທີ່ໄດ້ເອົາຕົວຫຼົບໜີ ມາດໍາເນີນຄະດີຕາມກົດໝາຍ.