ຫ້ອງວ່າການສູນກາງພັກ ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 45 ປີ ໃນວັນທີ 24 ມິ ຖຸນາຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ຫວຽນຈຸ້ງ ຫວຽດ ທີ່ປຶກສາທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້, ກໍເພື່ອເປັນການສ້າງຂະບວນການໃນວັນປູກຕົ້ນໄມ້ແຫ່ງຊາດ ເວົ້າລວມເວົ້າສະເພາະ ກໍຄືເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງ 2 ວັນປະຫວັດສາດລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນມ່ວນຊື່ນທັງເປັນການເສີມຂະຫຍາຍຮັດແໜ້ນຄວາມສາມັກຄີປອງດອງຖານອ້າຍນ້ອງອີກດ້ວຍ ແລະ ພິທີດັ່ງກ່າວ, ຈັດຂຶ້ນຢູ່ທີ່ສວນສາທາລະນະມິດຕະພາບລາວ-ຫວຽດນາມ ຕັ້ງຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.