ເມື່ອບໍ່ດົນມານີ້, ກອງກໍ່ສ້າງຮາກຖານການເມືອງ ປະຈໍາ ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022, ເຂົ້າຮ່ວມໂດຍ ທ່ານ ຈັນສີລອນ ສີສົມບຸນ ເຈົ້າເມືອງສາລະວັນ, ມີຄະນະພັກ-ຄະນະບັນຊາຈາກ ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເມືອງ, ກອງກໍ່ສ້າງຮາກຖານ, ປກສ ບໍລິການປະຊາຊົນ, ອຳນາດການປົກຄອງບ້ານ ແລະ ພະແນກການອ້ອມຂ້າງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ກໍລະກັນ ແກ້ວວຽງຄຳ ຫົວໜ້າກອງກໍ່ສ້າງຮາກຖານການເມືອງ ປະຈໍາ ເມືອງສາລະວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວກໍ່ສ້າງຮາກຖານເມືອງ ໃນ 1 ປີຜ່ານມາ ວ່າ:

ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃນການຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໃນນັ້ນໄດ້ເກັບສະຖິຕິການເໜັ່ງຕີງຂອງພົນລະເມືອງເພີ່ມ ມີ 132 ຄົນ, ເກີດໃໜ່ 110 ຄົນ, ຍ້າຍມາ 22 ຄົນ, ຍົກຍ້າຍໜີໄປຢູ່ບ່ອນອື່ນ 86 ຄົນ, ຄົນມາພັກເຊົ່າຊົ່ວຄາວ 209 ຄົນ, ບໍ່ມີໜ້າຊົວຄາວ 53 ຄົນ, ເກັບກໍາສະຖິຕິເປົ້າໝາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດ 31 ຄົນ, ຄົນຕ່າງປະເທດມາດໍາເນີນທຸລະກິດຄ້າຂາຍ 77 ຄົນ ຍິງ 35 ຄົນ, ເຄື່ອນໄຫວລາດເວນ ແລະ ປ້ອງກັນວັນສໍາຄັນຕ່າງໆຂອງຊາດຂອງພັກ 14 ຄັ້ງ, ແກ້ໄຂຄະດີຢາເສບຕິດ, ຫຼິ້ນການພະນັນຄ້າຂາຍເຖື່ອນ 14 ເລື່ອງ ແລະ ວຽກງານອື່ນໆ.

ສໍາລັບທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ, ໃນຂອບເຂດທີ່ຕົນເອງຮັບຜິດຊອບ ໂດຍການນຳເອົາເອກະສານທີ່ສຳຄັນຂອງພັກ-ຂອງລັດ ລົງເຜີຍແຜ່ຢ່າງທົ່ວເຖິງ, ເອົາໃຈໃສ່ເຮັດວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍໃຫ້ໄດ້ດີຂຶ້ນກວ່າເກົ່າ ເພື່ອແນໃສ່ເຮັດປະກົດການຫຍໍ້ທໍ້ຕ່າງໆຫຼຸດໜ້ອຍຖອຍລົງ ສັງຄົມມີຄວາມສະຫງົບໂດຍພື້ນຖານ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາຕໍ່ວຽງງານກໍ່ສ້າງຮາກຖານການເມືອງ ເພື່ອເຮັດໃຫ້ເນື້ອໃນຂອງບົດສະຫຼຸບມີເນື້ອໃນຄົບຖ້ວນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນທິດທາງແຜນການໃນຕໍ່ໜ້າ ໃຫ້ມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້. 

ໂອກາດນີ້, ທ່ານ ຈັນສີລອນ ສີສົມບຸນ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ທີມງານກອງກໍ່ສ້າງຮາກຖານການເມືອງ ທີ່ສາມາດຍາດໄດ້ຜົນຫຼາຍດ້ານໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ສຸມທຸກກໍາລັງໃສ່ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະ ແມ່ນບັນຫາການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ຂີ້ລັກງັດແງະ, ໃຫ້ຮູ້ທັນເລ່ລຽມກົນອຸບາຍຂອງກຸ່ມຄົນທີ່ເຄື່ອນໄຫວກະທໍາຜິດ, ເພີ່ມທະວີຄວາມເປັນເຈົ້າການຖອດຖອນບົດຮຽນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ເຮັດບໍ່ທັນສໍາເລັດ ແລະ ຮີບຮ້ອນແກ້ໄຂ ເພື່ອເຮັດໃຫ້ວຽກງານກໍ່ສ້າງຮາກຖານການເມືອງ ໃນຕໍ່ໜ້າມີຜົນສໍາເລັດຢ່າງຈະແຈ້ງ.