ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ແມ່ນການສຸມທຸກກໍາລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງ ໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ.

ວຽກງານຈຸດສຸມຂອງ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ແມ່ນປະກອບມີຫຼາຍວຽກທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່; ໜຶ່ງໃນວຽກງານທີ່ສໍາຄັນອີກຢ່າງໜຶ່ງ ກໍຄື ການສ້າງຄວາມຮັບຮູ້ໃນທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ; ໃນນີ້, ການຜະລິດສື່ໂຄສະນາ ແລະ ອຸປະກອນຮັບໃຊ້ການສຶກສາອົບຮົມ ໂດຍການຈັດພິມປຶ້ມກົດໝາຍ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານການໂຄສະນາຕ້ານຢາເສບຕິດ, ສະກັດກັ້ນບັນຫາຢາເສບຕິດ; ພ້ອມນີ້, ກໍຕ້ອງໄດ້ລົງສຶກສາອົບຮົມບັນດາສໍານັກງານ-ອົງການ, ສະຖາບັນສຶກສາ, ສະຖາບັນຄອບຄົວ ຕະຫຼອດຮອດພໍ່-ແມ່ປະຊາຊົນໃຫ້ທົ່ວເຖິງ ເພື່ອເປັນການປູກຈິດສໍານຶກໃຫ້ເຂົາເຈົ້າຮັບຮູ້ໄດ້ເຖິງໄພອັນຕະລາຍຂອງຢາເສບຕິດ.

ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ໃນວັນທີ 27 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມບ້ານສີບຸນເຮືອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເປີດຂະບວນການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັນ ໄຊສົງຄາມ ປະທານກໍາມະບານເມືອງ, ມີ ປກສ ກຸ່ມບ້ານ, ເລຂາ-ຮອງເລຂາໜ່ວຍພັກ, ອົງການຈັດຕັ້ງບ້ານ 5 ບ້ານ, ປະຊາຊົນພາຍໃນບ້ານ ແລະ ພະນັກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ-ຂັ້ນເມືອງ ພ້ອມດ້ວຍວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມຄໍາສັ່ງຂອງ ທ່ານເຈົ້າເມືອງໆຜາອຸດົມ ສະບັບເລກທີ 139/ຈມ.ຜດ ລົງວັນທີ 11 ເມສາ 2022 ວ່າດ້ວຍ ການເພີ່ມທະວີຊີ້ນໍາ- ນໍາພາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ, ຂໍ້ຕົກລົງຂອງ ກອງບັນຊາການ ປກສ ເມືອງ ວ່າດ້ວຍ ການແຕ່ງຕັ້ງອານຸກໍາມະການວາລະແຫ່ງຊາດ, ເອກະສານຜົນຮ້າຍຂອງຢາເສບຕິດ ແລະ ບາງມາດຕາຂອງກົດໝາຍປະມວນອາຍາ ໝວດທີ 8 ການກະທໍາຜິດກ່ຽວກັບຢາເສບຕິດ.

ທັງນີ້, ເພື່ອແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈພາລະບົດບາດ, ສິດ-ໜ້າທີ່ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ກໍຄື ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຮາກຖານບ້ານ, ຮັບຮູ້ເຂົ້າໃຈເຖິງຜົນຮ້າຍຂອງຢາເສບຕິດ, ການຕ້ານສະກັດກັ້ນບັນຫາຢາເສບຕິດ ແລະ ການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ໃນຂະບວນການຕ້ານ, ສະກັດກັ້ນບັນຫາຢາເສບຕິດ. ພ້ອມນີ້, ໃນພິທີຍັງ ໄດ້ຜ່ານບົດບັນທຶກສັນຍານໍາປະຊາຊົນແຕ່ລະຄອບຄົວ ຫ້າມບໍ່ໃຫ້ມີການພົວພັນກັບບັນຫາຢາເສບຕິດທຸກຮູບການ ແລະ ມາດຕະການຕ່າງໆທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ.

ທ່ານ ພັນ ໄຊສົງຄາມ ປະທານກໍາມະບານເມືອງ ໄດ້ມີຄໍາເຫັນຊີ້ນໍາຫຼາຍດ້ານ ແລະ ຮຽກຮ້ອງໃຫ້ຄະນະພັກ, ອົງການຈັດຕັ້ງບ້ານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ພາຍໃນກຸ່ມບ້ານ ຈົ່ງເປັນເຈົ້າການຍົກສູງຄວາມຮັບຜິດຊອບນໍາເອົາເນື້ອໃນຈິດໃຈຂອງບັນດາເອກະສານທີ່ຄະນະຮັບຜິດຊອບນໍາສະເໜີຄັ້ງນີ້ ໄປຈັດຕັ້ງປະຕິບັດໃນຂອບເຂດການຊີ້ນໍາ-ນໍາພາຂອງຕົນ ໃຫ້ປະກົດຜົນເປັນຈິງ, ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.